ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ອາ​ຊຽນ - ລັດ​ເຊຍ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາ​ຍ​ຂົງ​ເຂດ

(VOVWORLD) -ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການອາຊຽນ - ລັດເຊຍ ກ່ຽວກັບການສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍືນຍົງ, ແລະ ຖະແຫຼງການ ອາຊຽນ - ລັດເຊຍ ຮ່ວມມືໃນຂົງເຂດຕໍ່ສູ້ ແລະ ແກ້ໄຂບັນຫາຢາເສບຕິດ ທົ່ວໂລກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ອາ​ຊຽນ - ລັດ​ເຊຍ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາ​ຍ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)

ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາຊຽນ - ລັດເຊຍ ຄັ້ງທີ 4 ແບບທາງໄກ, ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ອາຊຽນ - ລັດເຊຍ ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ທ່ານປະທານາທິບໍດີ ລັດເຊຍ ແລະ ທ່ານເລຂາທິການໃຫຍ່ ອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ລັດເຊຍ ຈົ່ງສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມ ຊາວ ອາຊຽນ, ໃນນັ້ນມີຊາວ ຫວຽດນາມ ອາໄສຢູ່ ລັດເຊຍ, ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢ່າງມີສະຖຽນລະພາບ, ຜ່ານຜ່າຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19, ພ້ອມທັງສົມທົບກັນຊຸກຍູ້ການທ່ອງທ່ຽວ, ເຊື່ອມຕໍ່ການພົບປະ, ການຕິດພັນລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ສິ່ງແວດລ້ອມ, ພະລັງງານ, ການຕະຫຼາດ…

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ສາກົນ ແລະ ໃນພາກພື້ນ, ສອງຝ່າຍ ໄດ້ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນພາກພື້ນ, ແບ່ງປັນວິໄສທັດ ແລະ ໃຫ້ຄຳໝັ້ນສັນຍາ ເພື່ອເປົ້າໝາຍລວມ ແມ່ນຍົກສູງກົດໝາຍສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ, ສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະ ສາກົນ ໂດຍອີງໃສ່ກົດໝາຍ.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການອາຊຽນ - ລັດເຊຍ ກ່ຽວກັບການສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍືນຍົງ, ແລະ ຖະແຫຼງການ ອາຊຽນ - ລັດເຊຍ ຮ່ວມມືໃນຂົງເຂດຕໍ່ສູ້ ແລະ ແກ້ໄຂບັນຫາຢາເສບຕິດ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ