ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສຸມ​ໃສ່​ຮັບ​ມື​ກັບ​ພາ​ຍຸ CHA BA

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ເຊັນໂທລະເລກທາງການ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ຮັບມືກັບພາຍຸ CHA BA. 

ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ, ທຳມະຊາດ ແລະ ຄົ້ນຫາ, ກູ້ໄພກູ້ຊີບ, ບັນດາລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນຕິດຕາມສະພາບການຜັນແປຂອງພາຍຸ, ຝົນຕົກນ້ຳຖ້ວມ, ຊີ້ນຳຜັນຂະຫຍາຍການຮັບມືຢ່າງທັນການ, ປະຕິບັດມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຊັບສິນ. ໄປຄຽງຄູ່ກັນນັ້ນແມ່ນຜັນຂະຫຫາຍບັນດາມາດຕະການຮັກສາການຜະລິດກະສິກຳ, ອຸດສາຫະກຳ, ຕ້ານນ້ຳຖ້ວມ,ຢູ່ຕາມຕົວເມືອງ, ເຂດຊຸມຊົນ, ກວດກາຄືນວິທີການ, ກຽມພ້ອມລະດົມແຫຼ່ງກຳລັງ, ວັດຖຸ, ພາຫະນະເພື່ອປະຕິບັດໜ້າທີ່ກູ້ໄພກູ້ຊີບ, ແກ້ໄຂໄພຕ່າງ, ຮັບປະກັນການຄົມມະນາຄົມ ຕາມເສັ້ນທາງຫຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ