​ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ ​ຂັ້ນສູງອາຊຽນ +1 ກັບບັນດາຄູ່ຮ່ວມມື

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ອາຊຽນ ແລະ ຈີນ ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຮັກສາການແລກປ່ຽນການຄ້າຢ່າງລຸລ່ວງ, ຍູ້ແຮງການເຊື່ອມຕໍ່
​ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ ​ຂັ້ນສູງອາຊຽນ +1 ກັບບັນດາຄູ່ຮ່ວມມື - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ເຂົ້າຮ່ວມ ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 26

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງທີ່ໄດ້ດຳເນີນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນເຊົ້າວັນທີ 6 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ +1 ກັບບັນດາຄູ່ຮ່ວມມືຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.

ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 26, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ອາຊຽນ ແລະ ຈີນ ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຮັກສາການແລກປ່ຽນການຄ້າຢ່າງລຸລ່ວງ, ຍູ້ແຮງການເຊື່ອມຕໍ່, ເປີດກວ້າງການຮ່ວມມືພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ຈີນ ສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ ແລະ ຍູ້ແຮງ ູສ່ທຄຶບໜ້າວິວັດການເປີດປະຕູຕະຫຼາດໃຫ້ແກ່ ຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ໝາກໄມ້ບັນດາປະເທດ ອາຊຽນ.

ຢູ່ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 24, ກ່າວຄຳເຫັນຕາງໜ້າໃຫ້ ອາຊຽນ ໃນຖານະເປັນປະເທດປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໂດຍມຸ່ງໄປເຖິງພິທີສະເຫຼີມສະຫຼອງ 35 ປີແຫ່ງການພົວພັນອາຊຽນ - ສ.ເກົາຫຼີໃນປີ 2024, ສອງປະເທດຄວນພ້ອມກັນມານະພະຍາຍາມເປີດກວ້າງວິວັດທະນາການໃໝ່ ດ້ວຍວິໄສທັດ ທີ່ໄກກ່ວາ ແລະ ມີເປົ້າໝາຍສູງກ່ວາ.

ແລະກໍ່ໃນວັນດຽວກັນ, ຢູ່ກອງປະຊຸມຂັ້ນສູງ ອາຊຽນ - ຍີ່ປຸ່ນ ຄັ້ງທີ 26, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍນຳການພົວພັນ ດ້ານເສດຖະກິດກາຍເປັນເສົາຄຳ້ຫຼັກ, ເປັນກຳລັງໜູນ ຊຸກຍູ້ການພົວພັນຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ອາຊຽນ - ຍີ່ປຸ່ນ, ຍູ້ແຮງການແລກປ່ຽນ ການຄ້າ, ການລົງທຶນ, ຮັກສາລະບົບສະໜອງເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ