ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ ຕຳຫຼວດ ທົ່ວ​ປະ​ເທດ ຄັ້ງ​ທີ 79

(VOVWORLD) - ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ ຕຳຫຼວດ ທົ່ວປະເທດຄັ້ງທີ 79 ໂດຍຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຫວຽດນາມ ຈັດຂຶ້ນ. ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 27 – 28 ທັນວາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ ຕຳຫຼວດ ທົ່ວ​ປະ​ເທດ ຄັ້ງ​ທີ 79 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ກຳລັງຕຳຫຼວດ ປະຊາຊົນມີການປະກອບສ່ວນສຳຄັນເຂົ້າໃນ ຜົນສຳເລັດລວມ ທີ່ປະເທດຊາດບັນລຸໄດ້ໃນປີນີ້.

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ກຳລັງຕຳຫຼວດປະຊາຊົນ ໄດ້ປະຕິບັດບົດບາດເປັນເສນາທິການໃນບັນດາຂົງເຂດການເມືອງ, ເສດຖະກິດສັງຄົມ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການຕາງປະເທດ… ໃຫ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບໃຊ້ການພັດທະນາເສດຖະກິດ, ຮັບປະກັນຄວາມປອດໄພທາງສັງຄົມ, ເປີດກວ້າງການພົວພັນຕ່າງປະເທດ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ການພັດທະນາ; ປະຕິບັດໜ້າທີ່ຕໍ່ສູ້, ປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ຄຸ້ມຄອງລັດກ່ຽວກັບຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2024 ໄດ້ກຳນົດວ່າແມ່ນປີເພີ່ມຄວາມໄວ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ຢ່າງມີໄຊ, ເຊິ່ງໄດ້ຄາດຄະເນວ່າ ສະພາບການຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໃຫຍ່ຫຼວງກ່ວາ ເມື່ອທຽບໃສ່ກັບກາລະໂອກາດ, ຄວາມສະດວກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນມີຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ກຳລັງຕຳຫຼວດປະຊາຊົນ.

ພັກ, ລັດ ມີຄວາມເຊື່ອໝັ້ນ, ປະຊາຊົນມີຄວາມຕັ້ງຫວັງຕໍ່ກຳລັງຕຳຫຼວດປະຊາຊົນ ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນທີ່ສະຫງ່າອົງອາດຜ່ານແຕ່ລະໄລຍະ. ກຳລັງຕຳຫຼວດປະຊາຊົນຕ້ອງແມ່ນແບບຢ່າງຂອງຄວາມສາມັກຄີ, ນຳໜ້າໃນການປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ, ມີຄວາມຕັດສິນໃຈຢູ່ລະດັບສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳທີ່ຂ້ຽວຂາດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຈົນສຸດຄວາມສາມາດຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ