ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການຮັບມື ແລະ ປ້ອງກັນ, ຕ້ານໂລກລະບາດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຊາຄົມສາກົນມີວິທີການສຳຜັດ ແລະ ບັນດາມາດຕະການທີ່ມີລັກສະນະທົ່ວໂລກ ແລະ ທົ່ວປວງຊົນ, ມານະພະຍາຍາມເຄື່ອນໄຫວເພື່ອໃຫ້ລຸ້ນຄົນໃນອະນາຄົດບໍ່ຕ້ອງຮັບຜົນກະທົບຈາກໂລກລະບາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການຮັບມື ແລະ ປ້ອງກັນ, ຕ້ານໂລກລະບາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV)

ຕອນບ່າຍວັນທີ 20 ກັນຍາ, ຕາມ ເວລາ ນິວຢອກ, ທີ່ສຳນັກງານ ສປຊ, ປະເທດ ອາເມລິກາ, ໄດ້ໄຂກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການກຽມພ້ອມຮັບມື ແລະ ປ້ອງກັນ, ຕ້ານໂລກລະບາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຊາຄົມສາກົນມີວິທີການສຳຜັດ ແລະ ບັນດາມາດຕະການທີ່ມີລັກສະນະທົ່ວໂລກ ແລະ ທົ່ວປວງຊົນ, ມານະພະຍາຍາມເຄື່ອນໄຫວເພື່ອໃຫ້ລຸ້ນຄົນໃນອະນາຄົດບໍ່ຕ້ອງຮັບຜົນກະທົບຈາກໂລກລະບາດ.  ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີການບຸລິມະສິດເພີ່ມທະວີຄວາມສາມາດສຳຜັດກັບ ວັກຊິນຢ່າງທັນການ ແລະ ສະເໝີພາບ; ຍົກສູງກຳລັງຄວາມສາມາດປິ່ນປົວ, ຄາດຄະເນ, ເຕັກໂນໂລຊີ, ຄວາມປອດໄພ, ປະສິດທິຜົນ, ຍູ້ແຮງການຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດຜະລິດວັກຊິນ, ຢາປິ່ນປົວ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດພວມພັດທະນາ, ດ້ອຍພັດທະນາຢ່າງມີປະສິດທິຜົນ.

        ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາຄວາມເຫັນດີເຫັນພ້ອມເນື້ອໃນຂອງຖະແຫຼງການການເມືອງກ່ຽວກັບການກຽມພ້ອມຮັບມື ແລະ ປ້ອງກັນ, ຕ້ານໂລກລະບາດ, ໃນນັ້ນ, ຕັດສິນໃຈຈະຈັດກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການກຽມພ້ອມຮັບມື ແລະ ປ້ອງກັນ, ຕ້ານໂລກລະບາດໃນປີ 2026 ເພື່ອຕີລາຄາຮອບດ້ານກ່ຽວກັບການຜັນຂະຫຍາຍຖະແຫຼງການດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບ ແລະ ປະດັບຫຼຽນໄຊມິດຕະພາບຂອງລັດ ຫວຽດນາມ ໃຫ້ແກ່ທ່ານນາງ Aurelia Nguyen, ຜູ້ອຳນວຍການຍຸດທະສາດໂຄງການສະຫະພັນທົ່ວໂລກກ່ຽວກັບ ວັກຊິນ ແລະ ການຊັກຢາປ້ອງກັນພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ