ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ ອາ​ຊຽນ-ອົດ​ສະ​ຕາ​ລີ

(VOVWORLD) - ກອງປະຊຸມຂັ້ນສູງພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ-ອົດສະຕາລີ ຈັດຂຶ້ນຢູ່ນະຄອນ Melbourne ປະເທດ ອົດສະຕາລີ ແຕ່ວັນທີ 5-6 ມີນາປີ 2024 .
ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ ອາ​ຊຽນ-ອົດ​ສະ​ຕາ​ລີ - ảnh 1

ທ່ານາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: dangcongsan.vn)

    ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ນີວຊີແລນ  Christopher Luxon,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາຈະ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ-ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນີວຊີແລນ ຢ່າງເປັນທາງການແຕ່ວັນທີ 5-11 ມີນາ.

   ກອງປະຊຸມຂັ້ນສູງພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ-ອົດສະຕາລີ ຈັດຂຶ້ນຢູ່ນະຄອນ Melbourne ປະເທດ ອົດສະຕາລີ ແຕ່ວັນທີ 5-6 ມີນາປີ 2024 ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ອົດສະຕາລີ ແລະ ທ່ານເລຂາທິການໃຫ່ຍ ອາຊຽນ. ກອງປະຊຸມມີຫົວເລື່ອງ “ຄູ່ຮ່ວມມືໃຫ້ແກ່ອະນາຄົດ” ຊື່ງຈະຖືກຈັດຂຶ້ນໃນສະພາບການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອົດສະຕາລີ ດຳເນີນໄປຢ່າງຂະຫຍັນຂັນເຄື່ອນໃນຫຼາຍຂົງເຂດ. ໃນຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມບັນດາວາລະປະຊຸມຫຼັກ ແລະ ມີການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ