ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປ​ີ 2024 ຂອງ​ກຸ່ມ​ບໍ​ລິ​ສັດ​ໃຫ່​ຍ​ນຳ​້​ມັນ​ອາ​ແກັດ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 8 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2024 ຂອງກຸ່ມບໍລິສັດໃຫ່ຍນຳ້ມັນອາແກັດ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປ​ີ 2024 ຂອງ​ກຸ່ມ​ບໍ​ລິ​ສັດ​ໃຫ່​ຍ​ນຳ​້​ມັນ​ອາ​ແກັດ ຫວຽດ​ນາມ - ảnh 1

   ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກຸ່ມບໍລິສັດໃຫ່ຍນຳ້ມັນອາແກັດ ຫວຽດນາມ ຕ້ອງຕິດພັນສະພາບການດ້ານການເມືອງ, ທ່າອ່ຽງ ແລະ ການເໜັງຕິງຂອງຕະຫຼາດພະລັງງານ, ນຳ້ມັນອາແກັດພາຍໃນ ແລະ ຕ່າງປະເທດ ເພື່ອບໍລິຫານການຜັນແປໃຫ້ເປັນຢ່າງດີ, ສຸມໃສ່ວຽກງານຄາດຄະເນ, ຕີລາຄາຄວາມສາມາດບົ່ມຊ້ອນ, ກຳລັງໜູນການເຕີບໂຕ ຢູ່ບັນດາຂົງເຂດດຳເນີນທຸລະກິດ. ສຸມໃສ່ປ່ຽນແປງໃໝ່, ນຳໃຊ້ວິທີການບໍລິຫານທັນສະໄໝ, ໝູນໃຊ້ບັນດາຜົນງານທີ່ໄດ້ສ້າງຂຶ້ນ ແລະ ສະສົມໄດ້ຢ່າງສຸດຂີດ; ພັດທະນາກຸ່ມບໍລິສັດໃຫ່ຍນຳ້ມັນອາແກັດ ຫວຽດນາມ ກາຍເປັນກຸ່ມບໍລິສັດໃຫ່ຍອຸດສາຫະກຳພະລັງງານອັນດັບໜຶ່ງໃນທົ່ວປະເທດ, ພາກພື້ນ. ສູ້ຊົນລາຍຮັບຂອງກຸ່ມບໍລິສັດໃຫ່ຍນຳ້ມັນອາແກັດ ຫວຽດນາມ ມີການເຕີບໂຕສະເລ່ຍແຕ່ 3-6,5%/ປີ, ເພີ່ມລາຍຮັບງົບປະມານແຕ່ລະປີປະມານ 10%.

ຕອບກັບ

ຂ່າວ/ບົດ​ອື່ນ