ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຢູ່ ກອງປະຊຸມສຸດຍອດ ອາຊຽນ ຢູ່ນະຄອນຫຼວງ ວຽງຈັນ (ລາວ), ຕອນເຊົ້າວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 12.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນຈະແມ່ນຈຸດສຸມ ແລະ ກຳລັງໜູນ. ຕ້ອງໄດ້ຮັບການຍູ້ແຮງຕາມທິດມີປະສິດທິຜົນ, ກົມກຽວ ແລະ ຍືນຍົງ, ເປີດປະຕູຕະຫຼາດໃໝ່ໃຫ້ແກ່ສິນຄ້າສົ່ງອອກ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນອາເມລິກາ ມາລົງທຶນ. ພ້ອມທັງ, ຕ້ອງຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄວາມສາມາດໃນການຮັບມືກັບໄພທຳມະຊາດ, ໄພພິບັດ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ອາເມລິກາ ທີ່ຈະສືບຕໍ່ໜູນຊ່ວຍພັດທະນາເຂດອະນຸພາກພື້ນ ແມ່ນ້ຳຂອງ ຜ່ານຂອບເຂດຄູ່ຮ່ວມມືແມ່ນ້ຳຂອງ - ອາເມລິກາ, ໃນນັ້ນມີການເພີ່ມທະວີການຮັບມືຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ສະເໜີຕ້ອງສຸມແຫຼ່ງກຳລັງເພື່ອນຳການ ຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ ກາຍເປັນເສົາຄ້ຳໃໝ່ໃນການພົວພັນລະຫວ່າງອາເມລິກາ ແລະ ອາຊຽນ ເປັນຕົ້ນແມ່ນໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI).

ຕອບກັບ

ຂ່າວ/ບົດ​ອື່ນ