ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ

(VOVWORLD) -  ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະຫຼຸບ 6 ເດືອນ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ 06 ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 28 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ 6 ເດືອນຜັນຂະຫຍາຍແຜນຮ່າງ 06  (ແຜນຮ່າງພັດທະນາໂປຼແກຼມຂໍ້ມູນກ່ຽວກັບຊຸມຊົນ, ຢັ້ງຢືນຊື່ນາມສະກຸນທາງເອເລັກໂຕນິກ ຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດ ໄລຍະ 2022 – 2025, ວິໄສທັດຮອດປີ 2030) ໃນບໍລິເວນນະຄອນ ຮ່າໂນ້ຍ.

        ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດທີ່ປະຕິບັດແບບວິທີມອບສິດແກ້ໄຂລະບຽບການບໍລິຫານ ດ້ວຍກວ່າ 600 ລະບຽບການບໍລິຫານຮອດທ້າຍປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະໝາກຜົນທີ່ບັນລຸໄດ້ຂອງນະຄອນ ຮ່າໂນ້ຍ ໃນການຜັນຂະຫຍາຍແຜນຮ່າງ 06 ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ດ້ວຍບົດບາດ, ທີ່ຕັ້ງສຳຄັນພິເສດ ແມ່ນນະຄອນຫຼວງ, ສູນກາງການເມືອງ - ບໍລິຫານແຫ່ງຊາດ, ເປັນນະຄອນນຳໜ້າດ້ານເສດຖະກິດ - ວັດທະນະທຳ - ວິທະຍາສາດ - ການສຶກສາຂອງທົ່ວປະເທດ, ຮ່າໂນ້ຍ ຕ້ອງແມ່ນທ້ອງຖິ່ນນຳໜ້າໃນພາລະກິດປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເຮືອນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ