ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຂົ້າຮ່ວມພິທີປະກາດການເຊື່ອມຕໍ່ລະບົບຖານດີຈີຕອນ ຫນູນຊ່ວຍການໃຫ້ຄຳປຶກສາ, ປິ່ນປົວພະຍາດແບບທາງໄກ

(VOVWORLD) -ນະພິທີ ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈຳຕາບັນດາທ່ານໝໍຢູ່ ໂຮງໝໍເຈິ້ໄຣ ປະຕິບັດການເຊື່ອມຕໍ່ລະບົບ Telehealth ກັບບາງໂຮງໝໍຢູ່ ນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ບິ່ງເຢືອງ 

ຕອນບ່າຍວັນທີ 8 ສິງຫາ ຢູ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ເຂົ້າຮ່ວມພິທີປະກາດ ການເຊື່ອມຕໍ່ລະບົບຖານດີຈີຕອນ ຫນູນຊ່ວຍການໃຫ້ຄຳປຶກສາ, ປິ່ນປົວພະຍາດແບບທາງໄກ (Telehealth) ລົງຮອດ 100 ເມືອງ ແລະ ເປີດຕົວສູນເຕັກໂນໂລຊີປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ແຫ່ງຊາດ.

ດ້ວຍເຫດການນີ້, ມີ 100% ຮາກຖານສາທາລະນະສຸກຢູ່ທ້ອງຖິ່ນ ໄດ້ຮັບການເຊື່ອມຕໍ່, ປະກອບສ່ວນຮັດແຄບໄລຍະຫ່າງການກວດປິ່ນປົວພະຍາດໃຫ້ຄົນເຈັບລະຫວ່າງຂັ້ນຕົວເມືອງ ແລະ ທ້ອງຖິ່ນ ແລະ ສາມາດປຶກສາຫາລືກັບຜູ້ຊ່ຽວຊານ, ທ່ານໝໍມີປະສົບການເພື່ອປິ່ນປົວໃຫ້ຄົນເຈັບຫນັກ ຫາກບໍ່ຕ້ອງຍ້າຍໄປໂຮງໝໍສູນກາງ.

ນະພິທີ ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈຳຕາບັນດາທ່ານໝໍໂຮງໝໍເຈິ້ໄຣ ປະຕິບັດການເຊື່ອມຕໍ່ລະບົບ Telehealth ກັບບາງໂຮງໝໍຢູ່ ນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ບິ່ງເຢືອງ ເພື່ອປຶກສາຫາລື ບົ່ງມະຕິ ໃຫ້ຄຳປຶກສາໃນການປິ່ນປົວໃຫ້ບັນດາຜູ້ຕິດເຊື້ອໂຄວິດ- 19 ເປັນອາການຫນັກ.

ຕອບກັບ

ຂ່າວ/ບົດ​ອື່ນ