ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ລົງ​ມື​ກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ VSIP3 ຢູ່​ບິ່ງ​ເຢືອງ

(VOVWORLD) -ຕອນເຊົ້າວັນທີ 19 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີ ລົງມືກໍ່ສ້າງເຂດອຸດສາຫະກຳຫວຽດນາມ - ສິງກະໂປ 3 (VSIP3) ຢູ່ແຂວງ ບິ່ງເຢືອງ - ເຂດອຸດສາຫະກຳ VSIP ທີ11 ຂອງທົ່ວປະເທດ ແລະ ເປັນເຂດອຸດສາຫະກຳ VSIP ທີ 3 ຂອງແຂວງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ລົງ​ມື​ກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ VSIP3 ຢູ່​ບິ່ງ​ເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: chinhphu.vn)

VSIP 3 ໄດ້ກໍ່ສ້າງໃນເນື້ອທີ 1000 ເຮັກຕາ, ດ້ວຍເງິນລົງທຶນທັງໝົດຫຼາຍກ່ວາ 6.400 ຕື້ດົ່ງຢູ່ ເມືອງ ບັກເຕິນອຽນ,  ແຂວງບິ່ງເຢືອງ ເຊິ່ງສະແດງໃຫ້ເຫັນວ່າ ເປັນຮູບແບບປະສົບຜົນສຳເລັດໃນການຮ່ວມມືລະຫວ່າງ ຫວຽດນາມ - ສິງປະໂກ ແລະ ຍາມໃດ ຫວຽດນາມ ກໍ່ແມ່ນສະຖານທີ່ດຶງດູດຂອງນັກລົງທຶນ.

ຕາງໜ້າການນຳພັກ, ລັດ, ທ່ານຟ້າມມິງຈິງ ເນັ້ນໜັກວ່າ ໂຄງການແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃນການຫັນການໜູນຊ່ວຍຈາກລັດຖະບານ ຫວຽດນາມ ແລະ ສິງກະໂປໃຫ້ປະກົດຜົນເປັນຈິງ, ຄຳໝັ້ນສັນຍາຂອງ ວິສາຫະກິດ ຫວຽດນາມ  ແລະ ສິງກະໂປໃນການຮ່ວມມືດຳເນີນທຸລະກິດ ແລະ ມານະພະຍາຍາມຊຸກຍູ້ການຟື້ນຟູເສດຖະກິດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາກະຊວງ, ຂະແໜງການ, ທຸກຂັ້ນຂອງແຂວງບິ່ງເຢືອງ ແລະ ປະຊາຊົນຢູ່ເຂດທີ່ມີໂຄງການ ຈົ່ງສົມທົບກັບເຈົ້າຂອງໂຄງການໃຫ້ເປັນຢ່າງດີເພື່ອຮັບຜະກັນການປະຕິບັດໂຄງການຖືກຕາມກົດໝາຍ, ຄວາມຄືບໜ້າ, ຮັບປະກັນຄຸນນະພາບ ຄວາມປອດໄພ, ມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ ແລະ ຮັບປະກັນຊີວິດສັງຄົມ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ