ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມລາຍການ “ຂີດໝາຍ Techfest 2023”

(VOVWORLD) - ເຫດການສຳຄັນນີ້ສະແດງໃຫ້ເຫັນສານ ຂອງລັດຖະບານແມ່ນຍູ້ແຮງວິສາຫະກິດເລີ່ມທຸລະກິດ, ນະວັດຕະກຳ ຢ່າງກວມລວມ, ຮອບດ້ານ, ມຸ່ງໄປເຖິງເລື່ອງນຳ ຫວຽດນາມ ໃຫ້ກາຍເປັນສູນປະດິດສ້າງຂອງພາກພື້ນ ແລະ ໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມລາຍການ “ຂີດໝາຍ Techfest 2023” - ảnh 1(ລາຍການ “ຂີດໝາຍ Techfest 2023”)

ຕອນບ່າຍວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ “ຂີດໝາຍ Techfest 2023”.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ເຫດການສຳຄັນນີ້ສະແດງໃຫ້ເຫັນສານຂອງລັດຖະບານແມ່ນ ຍູ້ແຮງວິສາຫະກິດເລີ່ມທຸລະກິດ, ນະວັດຕະກຳຢ່າງກວມລວມ, ຮອບດ້ານ, ມຸ່ງໄປເຖິງເລື່ອງນຳ ຫວຽດນາມ ໃຫ້ກາຍເປັນສູນປະດິດສ້າງຂອງພາກພື້ນ ແລະ ໂລກ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ 4 ຂົງເຂດບຸລິມະສິດຕົ້ນຕໍຄື: ການເລີ່ມທຸລະກິດ, ນະວັດຕະກຳດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມປອດໄດທາງເຄືອຂ່າຍ ອິນເຕີເນັດ, ການບໍລິການດີຈີຕອນ; ເລີ່ມທຸລະກິດ, ນະວັດຕະກໍາເຕັກໂນໂລຊີການແພດ, ການສຶກສາ; ການເລີ່ມທຸລະກິດ, ນະວັດຕະກໍາດ້ານເຕັກໂນໂລຊີສິ່ງແວດລ້ອມ ແລະ ພະລັງງານ; ການເລີ່ມທຸລະກິດ ແລະ ນະວັດຕະກໍາໃນການພັດທະນາເສດຖະກິດກະສິກໍາເຕັກໂນໂລຊີສູງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຄົມເລີ່ມທຸກະກິດ, ນະວັດຕະກຳ, ໂດຍສະເພາະແມ່ນລຸ້ນໜຸ່ມ, ຕ້ອງສືບຕໍ່ເສີມຂະຫຍາຍຄຸນນະທາດ, ພູມປັນຍາ ຫວຽດນາມ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ທ້າທາຍ, ກ້າຄິດກ້າທຳ.

ຕອບກັບ

ຂ່າວ/ບົດ​ອື່ນ