ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ລາຍ​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ປ່ຽນ​ແປງ​ໃໝ່​​ປະ​ດິດຄິດ​​ສ້າງ

(VOVWORLD) -ລາຍການຂີດໝາຍເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະ ສັບປະດາ ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ນະຄອນ ໂຮ່ຈີມິນ ຖືກຈັດຂຶ້ນດ້ວຍເປົ້າໝາຍມຸ່ງໄປເຖິງການເປີດເຜີຍຈິນຕະນາການ, ຂໍ້ລິເລີ່ມໃໝ່ ແລະ ມີລັກສະນະເປີດ, ຮ່ວມມື, ຮ່ວມສຳພັນໃນປະຊາຄົມເລີ່ມຕົ້ນທຸລະກິດປະດິດຄິດສ້າງແຫ່ງຊາດ, ຊຸກຍູ້ການສ້າງຕັ້ງບັນດາ startup ທີ່ນຳໃຊ້ເຕັກໂນໂລຢີສູງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ລາຍ​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ປ່ຽນ​ແປງ​ໃໝ່​​ປະ​ດິດຄິດ​​ສ້າງ - ảnh 1ເວທີປາໄສ TECHFEST ແລະ WHISE 2021

ຕອນບ່າຍວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການ ຂີດໝາຍເລີມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະ ສັບປະດາປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ນະຄອນ ໂຮ່ຈີມິນ (TECHFEST ແລະ WHISE 2021) ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຫ້ອງການການຄ້າ ແລະ ເຕັກໂນໂລຢີ ຫວຽດນາມ ຈັດຕັ້ງຂຶ້ນຕາມຮູບການໂດຍກົງສົມທົບກັບທາງໄກ ໂດຍເຊື່ອມຕໍ່ກັບ 63 ແຂວງ, ນະຄອນ ແລະ ເກືອບ 20 ປະເທດໃນໂລກ. ລາຍການຂີດໝາຍເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະ ສັບປະດາ ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ນະຄອນ ໂຮ່ຈີມິນ ຖືກຈັດຂຶ້ນດ້ວຍເປົ້າໝາຍມຸ່ງໄປເຖິງການເປີດເຜີຍຈິນຕະນາການ, ຂໍ້ລິເລີ່ມໃໝ່ ແລະ ມີລັກສະນະເປີດ, ຮ່ວມມື, ຮ່ວມສຳພັນໃນປະຊາຄົມເລີ່ມຕົ້ນທຸລະກິດປະດິດຄິດສ້າງແຫ່ງຊາດ, ຊຸກຍູ້ການສ້າງຕັ້ງບັນດາ startup ທີ່ນຳໃຊ້ເຕັກໂນໂລຢີສູງ ນັບແຕ່ຂັ້ນສະຖາບັນ, ຂັ້ນມະຫາວິທະຍາໄລ ແລະ ເຈາະຈີ້ມນະໂຍບາຍເພື່ອແນໃສ່ສ້າງສຳເລັດປະຊາຄົມເລີ່ມຕົ້ນທຸລະກິດປະດິດຄິດສ້າງແຫ່ງຊາດ. ລາຍການ ຂີດໝາຍເລີມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ 2021 ກໍຊ່ວຍຮັດແໜ້ນສາຍໃຍຮ່ວມສຳພັນໂດຍບໍ່ມີພົມແດນລະຫວ່າງ ຊາວ ຫວຽດນາມ, ປັນຍາ ຫວຽດນາມ ແລະ ຄວາມຄາດຫວັງ ຫວຽດນາມ.

    ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວວ່າ :     

“ ປະຈຸບັນ, ຕ້ອງປ່ຽນແປງໃໝ່ປະດິດຄິດສ້າງ ແລະ ສຸມໃສ່ແກ້ໄຂບັນຫາປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ເໝາະສົມກັບສະພາບການຢູ່ຫວຽດນາມ. ເມື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວນັ້ນ, ກໍຕ້ອງຟື້ນຟູ ແລະ ພັດທະນາເສດຖະກິດ, ແຕ່ຕ້ອງຟື້ນຟູ, ພັດທະນາເສດຖະກິດຄືແນວໃດໃນເງື່ອນໄຂຂອງພວກເຮົາ, ມັນຮຽກຮ້ອງໃຫ້ມີ ການປ່ຽນແປງໃໝ່ປະດິດຄິດສ້າງ, ເຮັດແນວໃດພວກເຮົາທັງ ແກ້ໄຂບັນຫາໃນສະເພາະໜ້າ, ທັງ ແກ້ໄຂບັນຫາໃນຍາວນານ,ໃນສະພາບການພິເສດ, ພວກເຮົາຕ້ອງໃຊ້ ມາດຕະການພິເສດ. ໜ້າທີ່ທີ 3 ແມ່ນປະກອບສ່ວນສ້າງໂຄງປະກອບເສດຖະກິດຂອງປະເທດຄືນໃໝ່; ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອຮັບໃຊ້ບັນດາບັນຫາທີ່ພົ້ນເດັ່ນ…”

ຕອບກັບ

ຂ່າວ/ບົດ​ອື່ນ