ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມຫລາຍເຫດການສຳຄັນຢູ່ ຍີ່ປຸ່ນ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳຫນ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫລີມສະຫລອງ 50 ປີ ແຫ່ງວັນສ້າງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ປະຕິບັດການເຄື່ອນໄຫວສອງຝ່າຍ ຢູ່ ຍີ່ປຸ່ນ ແຕ່ວັນທີ 15 – 18 ທັນວາ. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມຫລາຍເຫດການສຳຄັນຢູ່ ຍີ່ປຸ່ນ - ảnh 1 ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ:  VOV

ທີ່ການຖະແຫລງຂ່າວນັດສາມັນໃນຕອນບ່າຍວັນທີ 14 ທັນວາ ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງສະເຫລີມສະຫລອງ 50 ປີແຫ່ງວັນສ້າງການພົວພັນ ອາຊຽນ - ຍີ່ປຸ່ນ ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດ ຕີລາຄາການພົວພັນຮ່ວມມື ແລະ ວາງອອກວິໄສທັດ, ກຳນົດທິດພັດທະນາການພົວພັນໃນໄລຍະຈະມາເຖິງໃຫ້ສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ສ້າງຂຶ້ນ.

 “ນອກຈາກເຂົ້າຮ່ວມ 2 ກອງປະຊຸມ: ກອງປະຊຸມຂັ້ນສູງ ສະເຫລີມສະຫລອງ 50 ປີແຫ່ງວັນສ້າງການພົວພັນ ອາຊຽນ - ຍີ່ປຸ່ນ ແລະກອງປະຊຸມສຸດຍອດປະຊາຄົມ ອາຊີ ຫລຸດຜ່ອນອາຍພິດລົງລະດັບ 0 (AZEC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມີການພົບປະຄັ້ງຕ່າງໆກັບການນຳຂັ້ນສູງ ຍີ່ປຸ່ນ ແລະ ກ່າວຄຳປາໄສທີ່ການພົບປະສົນທະນາກັບບັນດາວິສາຫະກິດ ຍີ່ປຸ່ນ ແລະ ເວທີປາໄສເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ດຳເນີນການເຄື່ອນໄຫວອື່ນຈຳນວນຫນຶ່ງ.”

ຕອບກັບ

ຂ່າວ/ບົດ​ອື່ນ