ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ໂຄງ​ການ​ຄວາມ​ມຸ່ງຫວັງ​ເພື່ອ​ຄວາມສະ​ຫງົບ​ສຸກ - ເຊີດ​ຊູ​ແບບ​ຢ່າງ​ທີ່​ກ້າວ​ໜ້າ ແລະ ຕອບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໄພຢາເສບຕິດແມ່ນໄພພິບັດອັນໃຫຍ່ຫຼວງຂອງມວນມະນຸດ ແລະ ປັດຈຸບັນພວມມີການຜັນແປທີ່ສັບສົນ ຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ໂຄງ​ການ​ຄວາມ​ມຸ່ງຫວັງ​ເພື່ອ​ຄວາມສະ​ຫງົບ​ສຸກ - ເຊີດ​ຊູ​ແບບ​ຢ່າງ​ທີ່​ກ້າວ​ໜ້າ ແລະ ຕອບ​ສະ​ໜອງ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດໂຄງການເຊີດຊູແບບຢ່າງທີ່ກ້າວໜ້າ ແລະ ຕອບສະໜອງເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດດ້ວຍຫົວຂໍ້ “ຄວາມມຸ່ງຫວັງເພື່ອຄວາມສະຫງົບສຸກ”. ລາຍການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານໂຮ່ຈີມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2023), ຕອບສະໜອງເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດດ້ວຍຫົວຂໍ້ “ປ້ອງກັນ, ຕ້ານຢາເສບຕິດຢ່າງຂ້ຽວຂາດ, ມີປະສິດທິຜົນ, ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສົມທົບກັນ - ເພື່ອປະຊາຄົມປອດຢາເສບຕິດ” ແລະ ເຊີດຊູບັນດາວິລະກຳ, ຜົນງານດີເດັ່ນຂອງໝູ່ຄະນະ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ນອກກຳລັງຕຳຫຼວດປະຊາຊົນໃນການປ້ອງກັນ, ຕ້ານອາດຊະຍາກຳ ແລະ ໄພຢາເສບຕິດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໄພຢາເສບຕິດແມ່ນໄພພິບັດອັນໃຫຍ່ຫຼວງຂອງມວນມະນຸດ ແລະ ປັດຈຸບັນພວມມີການຜັນແປທີ່ສັບສົນ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະແດງການແບ່ງປັນກັບຄອບຄົວຂອງພະນັກງານ, ນັກຮົບຢ່າງເລິກເຊິ່ງ ແລະ ສະແດງຄວາມຮູຸ້ບຸນຄຸນຕໍ່ບັນດາແບບຢ່າງທີ່ອົງອາດກ້າຫານ, ເສຍສະຫຼະຊີວິດ, ຮັບບາດເຈັບ ໃນແນວຮົບປ້ອງກັນ, ຕ້ານຢາເສບຕິດ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ຄອບຄົວ ແມ່ນແກ່ນສານຂອງສັງຄົມ”. ມີຜູ້ຖືກເຄາະຮ້າຍຈາກໄພຢາເສບຕິດຫຼາຍຄົນແມ່ນເລີ່ມຈາກສະພາບການທີ່ຄອບຄົວບໍ່ມີຄວາມເອົາໃຈໃສ່, ສັ່ງສອນລູກຫຼານ, ຖືກຄົນຊົ່ວຊັກຊວນແກ່ດຶງ. ເພາະສະນັ້ນ, ບັນດາຄອບຄົວຈົ່ງເອົາໃຈໃສ່ເຖິງລູກຫຼານຂອງຕົນ ໃຫ້ຫຼີກໄກຈາກຢາເສບຕິດ. ແຕ່ລະວັນ, ພວກຫຼານຈົ່ງມານະພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ດຸໝັ່ນຂະຫຍັນພຽນ, ຫຼີກໄກຈາກໄພສັງຄົມ, ພິເສດແມ່ນຢາເສບຕິດ; ຕ້ອງຫຼໍ່ຫຼອມຕົນເອງເພື່ອກາຍເປັນພົນລະເມືອງທີ່ດີ, ມີຜົນປະໂຫຍດຕໍ່ຄອບຄົວ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ