ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຕາຫຼຽ​ນ ແລະ ເຮັດ​ວຽກ​ຢູ່​ຈີນ

(VOVWORLD) - ນາຍົກລັດຖະມົນຕີ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍຜູ້ນຳລັດຖະບານໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນ 2 ປີຢ່າງລຽນຕິດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຕາຫຼຽ​ນ ແລະ ເຮັດ​ວຽກ​ຢູ່​ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ WEF ຕາຫຼຽນ ປີ 2024 ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 25 - 27 ມິຖຸນາ. ກອງປະຊຸມ WEF ຕາຫຼຽນ ປີ 2024 ດ້ວຍຫົວຂໍ້ “ບັນດາຂົງເຂດເຕີບໂຕໃໝ່” ມີຂອບຂະໜາດໃຫຍ່ອັນດັບທີ 2 ພາຍຫຼັງກອງປະຊຸມ WEF Davos ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.600 ຄົນ.

ນາຍົກລັດຖະມົນຕີ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍຜູ້ນຳລັດຖະບານໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນ 2 ປີຢ່າງລຽນຕິດ. ສິ່ງນີ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຕີລາຄາສູງຂອງ WEF ແລະ ປະຊາຄົມວິສາຫະກິດ ສາກົນ ຕໍ່ຖານະບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມໃນການເຕີບໂຕເສດຖະກິດທົ່ວໂລກ ແລະ ພາກພື້ນ.

ການເດີນທາງປະຕິບັດງານຂອງທ່ານນາຍົກລັດຖະມົນຕີແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງໂອກາດ ແລະ ປະກອບສຽງເວົ້າເຂົ້າໃນບັນດາບັນຫາ, ທ່າອ່ຽງໃໝ່, ເນື້ອໃນໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດໂລກ, ແລກປ່ຽນທາງດ້ານຈິນຕະນາການພັດທະນາ, ຄຸ້ມຄອງຢູ່ລະດັບຊາດ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ