ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເດີນທາງອອກຈາກຮ່າໂນ້ຍ, ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ
(ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະສັດບຣູໄນ Darussalam Haji Hassanal Bolkiah, ປະທານ ອາຊຽນ 2021, ຕອນເຊົ້າວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເດີນທາງອອກຈາກຮ່າໂນ້ຍ, ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ ຈັດຂຶ້ນທີ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ເປັນເວລາ 2 ວັນ.

        ນີ້ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຖານະເປັນຜູ້ນຳໜ້າລັດຖະບານ, ຢືນຢັນບຸລິມະສິດຂອງຫວຽດນາມ ແມ່ນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະ ກັນກັບບັນດາປະເທດສະມາຊິກອາຊຽນ. ການໄປຢ້ຽມຢາມໄດ້ປະກອບສ່ວນຍົກສູງບົດບາດໃຈກາງ ແລະ ທີ່ຕັ້ງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທ້າຍທີ່ພວມພົ້ນເດັ່ນ, ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຢູ່ທັງພາກພື້ນ. ນອກຈາກການເຂົ້າຮ່ວມກອງປະຊຸມພ້ອມກັບການນຳອາຊຽນ ເພື່ອແລກປ່ຽນກ່ຽວກັບສະພາບການຂອງ ມຽນມາ, ວິວັດທະນາການສ້າງປະຊາຄົມອາຊຽນ, ການຮັບມືກັບໂລກລະບາດໂຄວິດ-19 ແລະ ການພົວພັນຕ່າງປະເທດຂອງອາຊຽນ ແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍັງໄດ້ພົບປະ 2 ຝ່າຍກັບການນຳບັນດາປະເທດອາຊຽນ ເພື່ອຊຸກຍູ້ການພົວພັນທາງການທູດ ແລະ ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ