​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

(VOVWORLD) -   ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ຕອນຄ່ຳວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ. ການຢ້ຽມຢາມຈະແກ່ຍາວຮອດວັນທີ 01 ສິງຫາ.
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສ. ອິນເດຍ Narendra Modi
(ພາບ: VOV)

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ພາຍຫຼັງ ຫວຽດນາມ ແລະ ອິນເດຍ ສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2016). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ແມ່ນໜຶ່ງໃນບັນດາການນຳຕ່າງປະເທດຄົນທຳອິດທີ່ມາ ຢ້ຽມຢາມ ອິນເດຍ ພາຍຫຼັງ ອິນເດຍ ດຳເນີນການເລືອກຕັ້ງສະພາຕ່ຳ ແລະ ມີລັດຖະບານຊຸດໃໝ່. ການຢ້ຽມຢາມກໍໄດ້ດຳເນີນກົງກັບຈຸດເວລາສະເຫຼີມສະຫຼູອງ 70 ປີ ແຫ່ງການເຊັນສົນທິສັນຍາ ເຊີແນວ (1954 – 2024), ໃນນັ້ນ, ອິນເດຍ ສວມບົດບາດສຳຄັນຍິ່ງໃນການຊ່ວຍຊຸກຍູ້ການເຈລະຈາ ແລະ ເຊັນສົນທິສັນຍາສະບັບດັ່ງກ່າວ.

        ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເພື່ອແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອິນເດຍ, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງການນຳສອງປະເທດ, ໂດຍສະເພາະແມ່ນລະຫວ່າງນາຍົກລັດຖະມົນຕີສອງທ່ານ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການແບ່ງປັນທັດສະນະກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ສາກົນ ແລະ ຢັ້ງຢືນການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ