ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ

(VOVWORLD) - ບັນດາເຮືອບິນການຄ້າລຸ້ນໃໝ່ຂອງກຸ່ມບໍລິສັດ ອາດສາມາດເປັນມາດຕະການແກ້ໄຂເພື່ອຊ່ວຍໃຫ້ບັນດາບໍລິສັດການບິນ ຫວຽດນາມ ທັງພັດທະນາເຮືອບິນ, ທັງຮັບປະກັນປະສິດທິຜົນການເຄື່ອນໄຫວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ São Paulo)

ຕອນບ່າຍວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ) ເຮືອບິນທີ່ນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ São Paulo, ເລີ່ມຕົ້ນການຢ້ຽມຢາມ ສ.ສະຫະພັນບຣາຊິນຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໄປແຕ່ວັນທີ 23 – 26 ກັນຍາຕາມຄຳເຊີນຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດອາວະກາດ Embraer)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດອາວະກາດ Embraer ມີສຳນັກງານຕັ້ງຢູ່ນະຄອນ São José dos Campos, ລັດ São Paulo. ກ່າວຄຳເຫັນທີ່ການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ບັນດາເຮືອບິນການຄ້າລຸ້ນໃໝ່ຂອງກຸ່ມບໍລິສັດ ອາດສາມາດເປັນມາດຕະການແກ້ໄຂເພື່ອຊ່ວຍໃຫ້ບັນດາບໍລິສັດການບິນ ຫວຽດນາມ ທັງພັດທະນາເຮືອບິນ, ທັງຮັບປະກັນປະສິດທິຜົນການເຄື່ອນໄຫວ ແລະ ຄວາມປອດໄພດ້ານການບິນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງ Embraer ເປີດກວ້າງການຮ່ວມມື, ການລົງທຶນເພື່ອພັດທະນາລະບົບ ນິເວດທຸລະກິດຂອງກຸ່ມບໍລິສັດ ຢູ່ຫວຽດນາມ, ໜູນຊ່ວຍ ຫວຽດນາມ ບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີ ເພື່ອຊ່ວຍຍົກສູງຄວາມສາມາດຄຸ້ມຄອງໃນຂະແໜງການບິນ, ເພີ່ມທະວີການອັດຕະໂນມັດ, ໜູນຊ່ວຍການຄາດຄະເນ ແລະ ປ້ອງກັນຄວາມສ່ຽງໃນການເຄື່ອນໄຫວຄຸ້ມຄອງການບິນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ - ảnh 3(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ບຣາຊິນ
ແລະ ບັນດາປະເທດໃກ້ຄຽງອາເມລິກາໃຕ້)

ຕອນຄ່ຳວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ São Paulo, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ບຣາຊິນ ແລະ ບັນດາປະເທດໃກ້ຄຽງ ອາເມລິກາໃຕ້. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ແລະ ບັນດາປະເທດອາເມລິກາໃຕ້ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ທ່ານນາຍົກລັດຖະມົນຕີ ຫວັງວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ແລະ ອາເມລິກາໃຕ້ ຈະສືບຕໍ່ເສີມຂະຫຍາຍຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ, ສາມັກຄີກັນ, ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກ; ມານະພະຍາຍາມບືນຕົວຂຶ້ນ, ຕັ້ງໜ້າເຊື່ອມໂຍງ, ເຄົາລົບກົດໝາຍ ແລະ ປະກອບສ່ວນພັດທະນາປະເທດປະຈຳຖິ່ນ; ແມ່ນຂົວເຊື່ອມຕໍ່ສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ