ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງໄປເຖິງ ຈາກາກຕາ, ປະເທດອິນໂດເນເຊຍ ເລີ່ມເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ

(VOVWORLD) -ຕອນທ່ຽງວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມກັບຄະນະປະຕິບັດງານຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເດີນທາງໄປເຖິງ ຈາກາກຕາ, ປະເທດອິນໂດເນເຊຍ ເລີ່ມເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ)

ຕອນທ່ຽງວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມກັບຄະນະປະຕິບັດງານຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະໜາມບິນສາກົນ Sukarno ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ຕາມຄຳເຊື້ອເຊີນຂອງທ່ານປະທານອາຊຽນ 2021, ກະສັດບຣູໄນ Darussalam Haji Hassanal Bolkiah. ຕາມລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ກ່າວປາໄສທີ່ກອງປະຊຸມບັນດາການນຳອາຊຽນ, ຄາດວ່າທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ແລະ ກະສັດບຣູໄນ Darussalam Haji Hassanal Bolkiah; ພົບປະ 2 ຝ່າຍ ແລະ ພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ, ທ່ານນາຍົກລັດຖະມົນຕີມາເລເຊຍ Muhyiddin bin Haji Muhammad Yassin, ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ພົບປະ 3 ຝ່າຍລະຫວ່າງນາຍົກລັດຖະມົນຕີຫວຽດນາມ - ກຳປູເຈຍ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ