ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າເຖິງ​ຄວາມ​ຈິງ​ໃຈ, ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ມີ​ຄວາມຮັບ​ຜິດ​ຊອບເພື່ອ​ໂລກ​ທີ່​ສວຍ​ງາມກວ່າ

(VOVWORLD) -“ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ແມ່ນຂໍກຸນແຈເພື່ອໃຫ້ບັນດາປະເທດແກ້ໄຂບັນດາບັນຫາທີ່ແຕກໂຕນ ແລະ ຄວາມບໍ່ລົງລອຍກັນໃນສະພາບການໂລກພວມຜັນແປຄືປັດຈຸບັນ. ສາມປັດໄຈດັ່ງກ່າວກໍປະກອບສ່ວນສຳຄັນເຂົ້າໃນການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນເກືອບ 30 ປີ ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ກໍຈະແມ່ນປັດໄຈຫຼັກແຫຼ່ງເພື່ອກຳນົດທິດ, ຊຸກຍູ້ ແລະ ນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນກວ່າໃນຊຸມປີຈະມາເຖິງ.”

        ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ຕອນບ່າຍວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດນຳສະເໜີຢູ່ສະຖາບັນຄົ້ນຄວ້າຍຸດທະສາດສາກົນ ອາເມລິກາ (CSIS) ຢູ່ ວໍຊິງຕັນ D.C.

        ໃນບົດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ອາເມລິກາ ທີ່ໄດ້ໃຫ້ການໜູນຊ່ວຍປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ເອກະລາດໃນຊຸມປີຜ່ານມາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍເນັ້ນໜັກວ່າ:

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າເຖິງ​ຄວາມ​ຈິງ​ໃຈ, ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ມີ​ຄວາມຮັບ​ຜິດ​ຊອບເພື່ອ​ໂລກ​ທີ່​ສວຍ​ງາມກວ່າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວປາໄສ

  “ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບບັນດາປະເທດໃນໂລກ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຍາມໃດກໍສະແດງຄວາມຈິງໃຈ, ຄວາມສະເໝີຕົ້ນສະເໝີປາຍ, ຈະແຈ້ງໃນການກໍ່ສ້າງ ແລະ ຜັນຂະຫຍາຍແນວທາງນັ້ນ. ໃນສະພາບທີ່ໂລກມີການຜັນແປຢ່າງສັບສົນ, ການແກ້ງແຍ້ງຍຸດທະສາດ ແລະ ມີຫຼາຍທາງເລືອກນັ້ນ, ຫວຽດນາມ ບໍ່ເລືອກຝ່າຍໃດ, ຫວຽດນາມ ເລືອກຄວາມຊອບທຳ, ຄວາມຍຸຕິທຳ ແລະ ຄວາມເປັນທຳ ໂດຍອີງໃສ່ຫຼັກການຕ່າງໆຂອງກົດໝາຍສາກົນ, ກົດບັດ ສປຊ; ຄວາມສະເໝີພາບ, ຕ່າງຝ່າຍຕ່າງຊະນະ ແລະ ມີຜົນປະໂຫຍດ. ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາ, ຮ່ວມມືເພື່ອແກ້ໄຂຄວາມແຕກໂຕນ, ຄວາມບໍ່ລົງລອຍກັນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງໂລກ; ພ້ອມທັງຮັບປະກັນຜົນປະໂຫຍດ ແລະ ແກ້ໄຂຄວາມສົນໃຈຂອງບັນດາຄູ່ຮ່ວມມື, ບັນດາປະເທດ ແລະ ປະຊາຄົມສາກົນໃຫ້ກົມກຽວ ແລະ ສົມເຫດສົມຜົນ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນັ້ນ​ໜັກ​ວ່າເຖິງ​ຄວາມ​ຈິງ​ໃຈ, ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ມີ​ຄວາມຮັບ​ຜິດ​ຊອບເພື່ອ​ໂລກ​ທີ່​ສວຍ​ງາມກວ່າ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າເຖິງຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບເພື່ອໂລກທີ່ສວຍງາມກວ່າ
ສຳລັບ ອາເມລິກາ ແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍຢາກເພີ່ມທະວີການພົວພັນຮ່ວມມືກັບ ອາເມລິກາ ດ້ວຍຄວາມຈິງໃຈ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມຮັບຜິດຊອບຂອງທັງສອງຝ່າຍ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

        “ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ແມ່ນຂໍກຸນແຈເພື່ອໃຫ້ບັນດາປະເທດແກ້ໄຂບັນດາບັນຫາທີ່ແຕກໂຕນ ແລະ ຄວາມບໍ່ລົງລອຍກັນໃນສະພາບການໂລກພວມຜັນແປຄືປັດຈຸບັນ. ສາມປັດໄຈດັ່ງກ່າວກໍປະກອບສ່ວນສຳຄັນເຂົ້າໃນການພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນເກືອບ 30 ປີ ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ກໍຈະແມ່ນປັດໄຈຫຼັກແຫຼ່ງເພື່ອກຳນົດທິດ, ຊຸກຍູ້ ແລະ ນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນກວ່າໃນຊຸມປີຈະມາເຖິງ.”

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ