ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ນຳ​ໃຊ້ໂປຼ​ແກມ​ຂໍ້​ມູນ​ພົນ​ລະ​ເມືອງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ສະຫຼຸບໜຶ່ງປີ ແຫ່ງການປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂ “ຈຸດອຸດຕັນ” ແຜນຮ່າງເລກທີ 06 ແລະ ຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນເພື່ອຮັບໃຊ້ການພັດທະນາການຄ້າເອເລກໂຕນິກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ນຳ​ໃຊ້ໂປຼ​ແກມ​ຂໍ້​ມູນ​ພົນ​ລະ​ເມືອງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ສະຫຼຸບໜຶ່ງປີ ແຫ່ງການປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂ “ຈຸດອຸດຕັນ” ແຜນຮ່າງເລກທີ 06 ແລະ ຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນເພື່ອຮັບໃຊ້ການພັດທະນາການຄ້າເອເລກໂຕນິກ, ຍົກສູງປະສິດທິຜົນໃນການຄຸ້ມຄອງສ່ວຍສາອາກອນ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາສຳນັກງານບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ແລະ ສຳນັກງານບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກການຜັນຂະຫຍາຍແຜນຮ່າງເລກທີ 06 ກ່ຽວກັບການພັດທະນາການນຳໃຊ້ໂປແກຼມຂໍ້ມູນ ກ່ຽວກັບພົນລະເມືອງ, ກຳນົດຊື່ ແລະ ນາມສະກຸນ ແລະ ຢັ້ງຢືນທາງເອເລັກໂຕນິກ ໃນໄລຍະ 2022 – 2025, ວິໄສທັດຮອດປິ 2030 ແມ່ນໜຶ່ງໃນບັນດາຈຸດເດັ່ນຂອງການຫັນເປັນດີຈີຕອນໃນໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແບ່ງປັນປະສົບການທີ່ດີ, ບົດຮຽນອັນລ້ຳຄ່າ, ວິທີການທີ່ມີຫົວຄິດປະດິດສ້າງຂອງທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ສະໜອງການບໍລິການທາງໄກ, ພັດທະນາຖານຂໍ້ມູນແຫ່ງຊາດ, ວິຊາການ…

ຕອບກັບ

ຂ່າວ/ບົດ​ອື່ນ