ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການພັດທະນາເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ

(VOVWORLD) - ນີ້ແມ່ນເຂດມີບົດບາດ, ທີ່ຕັ້ງຍຸດທະສາດສຳຄັນພິເສດກ່ຽວກັບດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການພັດທະນາເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ - ảnh 1ການປະຊຸມຂ່າວໃນວັນທີ 1 ກຸມພາ
(ພາບ:Vũ Dung/qdnd.vn)

ກອງປະຊຸມຜັນຂະຫຍາຍມະຕິຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ ຄາດວ່າຈະຈັດຂຶ້ນໃນວັນທີ 5 ກຸມພາ ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ. ນີ້ແມ່ນເຂດມີບົດບາດ, ທີ່ຕັ້ງຍຸດທະສາດສຳຄັນພິເສດກ່ຽວກັບດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ, ພິເສດແມ່ນຍຸດທະສາດພັດທະນາແບບຍືນຍົງກ່ຽວກັບເສດຖະກິດທະເລ.

        ດ້ວຍຫົວຂໍ້ “ການຮ່ວມສຳພັນ - ບຸກທະລຸຈາກເສດຖະກິດທະເລ - ພັດທະນາໄວ ແລະ ຍືນຍົງ”, ກອງປະຊຸມແມ່ນເຫດການມີຄວາມໝາຍສຳຄັນພິເສດສຳລັບການພັດທະນາຂອງ 14 ທ້ອງຖິ່ນຂຶ້ນກັບທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ. ທີ່ການຖະແຫຼງຂ່າວຈັດຂຶ້ນໃນວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຮຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນບັນດາມາດຕະການ, ຂ້າພະເຈົ້າເຫັນວ່າ ຫັນປ່ຽນໂຄງປະກອບເສດຖະກິດເຂດ, ຊຸກຍູ້ການພັດທະນາເສດຖະກິດທະເລ ແມ່ນສຳຄັນ. ເສດຖະກິດທະເລຢູ່ທີ່ນີ້: ແມ່ນການຂຸດຄົ້ນຄວາມສາມາດບົ່ມຊ້ອນທະເລຢູ່ເຂດທ່ອງທ່ຽວ; ແມ່ນບັນດາເສດຖະກິດເຂດອຸດສາຫະກຳແຄມທະເລ ແລະ ແມ່ນຂົງເຂດອື່ນອີກທີ່ພວກເຮົາຍັງບໍ່ທັນພັດທະນານັ້ນແມ່ນລະບົບຕົວເມືອງແຄມທະເລທັນສະໄໝ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງທີ່ດິນ. ພວກຂ້າພະເຈົ້າຖືວ່າ, ຕ້ອງສ້າງແຜນການຢ່າງລະອຽດ ແລະ ສົມທົບຢ່າງຄົບຊຸດລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອພັດທະນາລະອຽດ, ພິເສດແມ່ນບັນດາຂະແໜງທ່ອງທ່ຽວທະເລ, ເສດຖະກິດທະເລ, ຂຸດຄົ້ນນ້ຳມັນອາຍແກັດ, ລ້ຽງປູກສິນໃນນ້ຳ, ສິນທະເລ…”

ຕອບກັບ

ຂ່າວ/ບົດ​ອື່ນ