ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສ້າງກົດໝາຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ເລື່ອງສ້າງກົດໝາຍແມ່ນໜ້າທີ່ຈຸດສຸມໃນເດືອນ ສິງຫາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສ້າງກົດໝາຍ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ)

        ຕອນເຊົ້າວັນທີ 14 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການສ້າງຮ່າງກົດໝາຍຈຳນວນໜຶ່ງຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງແຜນການ ແລະ ການລົງທຶນ; ກະຊວງການເງິນ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ເລື່ອງສ້າງກົດໝາຍແມ່ນໜ້າທີ່ຈຸດສຸມໃນເດືອນ ສິງຫາ; ທ່ານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການໃຫ້ບຸລິມະສິດສະຫງວນເວລາ, ແຫຼ່ງກຳລັງໃຫ້ແກ່ວຽກງານດັ່ງກ່າວ ເພື່ອຍື່ນສະເໜີຕໍ່ລັດຖະບານພິຈາລະນາ, ຕົກລົງເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຕີລາຄາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ເຊິ່ງຈະຈັດຂຶ້ນໃນເດືອນ ຕຸລາ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບ: ການສະເໜີສ້າງກົດໝາຍວ່າດ້ວຍລົງທຶນສາທາລະນະ (ສະບັບປັບປຸງ); ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ; ກົດໝາຍວ່າດ້ວຍການລົງທຶນ; ກົດໝາຍວ່າດ້ວຍການລົງທຶນຕາມແບບວິທີຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ກົດໝາຍວ່າດ້ວຍການປະມູນ. ພ້ອມທັງປຶກສາຫາລື, ປະກອບຄຳເຫັນໃສ່ບັນດາເນື້ອໃນນະໂຍບາຍຂອງບັນດາກົດໝາຍດັ່ງກ່າວ.

        ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນສາທາລະນະ (ສະບັບປັບປຸງ), ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ການສ້າງກົດໝາຍຕ້ອງເລີ່ມມາຈາກສະພາບຕົວຈິງ, ເຄົາລົບຕົວຈິງ. ທ່ານນາຍົກລັດຖະມົນຕີກໍ່ໃສ່ໃຈວ່າ ບໍ່ລົງທຶນແບບກະແຈກກະຈາຍ, ການລົງທຶນຂັ້ນສູນກາງແມ່ນຕ້ອງສຸມໃສ່ໃຫ້ແກ່ການເຊື່ອມຕໍ່ເຂດ, ແຂວງ, ປະເທດຊາດ, ສາກົນ ແລະ ເຊື່ອມຕໍ່ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ