ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ສ້າງ​ກົດ​ໝາຍ​ເດືອນ​ສິງ​ຫາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນ 3 ປີຕົ້ນອາຍຸການ 2021 – 2026 ຜ່ານມາ, ມີຫຼາຍຄາດໝາຍໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກໄດ້ບັນລຸ ແລະ ລື່ນກາຍ ໂດຍພື້ນຖານ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ສ້າງ​ກົດ​ໝາຍ​ເດືອນ​ສິງ​ຫາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມດ້ວຍຫົວເລື່ອງກ່ຽວກັບການສ້າງກົດໝາຍເດືອນສິງຫາ 2024 ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ 8 ເນື້ອໃນ, ໃນນັ້ນມີ 7 ໂຄງການ ສະເໜີສ້າງກົດໝາຍ ແລະ 1 ເນື້ອໃນບົດລາຍງານ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນ 3 ປີຕົ້ນອາຍຸການ 2021 – 2026 ຜ່ານມາ, ມີຫຼາຍຄາດໝາຍໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກໄດ້ບັນລຸ ແລະ ລື່ນກາຍ ໂດຍພື້ນຖານ, ເຖິງຢ່າງໃດກໍຕາມ ຍັງມີຫຼາຍຄາດໝາຍຕ້ອງສືບຕໍ່ເພີ່ມຄວາມໄວ, ມີຄວາມບຸກທະລຸໃນ 3 ປີຍັງເຫຼືອຂອງອາຍຸການ ເພື່ອບັນລຸໄດ້ເປົ້າໝາຍວາງອອກ. ໜຶ່ງໃນບັນດາມາດຕະການເພື່ອເພີ່ມທະວີ, ບຸກທະລຸເພື່ອແກ້ໄຂຂໍ້ຕິດຂັດກ່ຽວກັບທາງດ້ານນິຕິກຳ, ບູລະນະລະບອບລະບຽບການ; ເພີ່ມທະວີການແບ່ງຂັ້ນ, ແບ່ງອຳນາດ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະຕິບັດຂອງ ອົງການ, ວິສາຫະກິດ, ປະຊາຊົນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, 8 ເນື້ອໃນໄດ້ຮັບການພິຈາລະນາຢູ່ກອງປະຊຸມຄັ້ງນີ້ມີຄວາມອຸດົມສົມບູນທີ່ສຸດ, ໃນຂອບຂະໜາດທີ່ກວ້າງໃຫຍ່, ມີຫຼາຍເປົ້າໝາຍ. ດັ່ງນັ້ນ, ບັນດາສະມາຊິກລັດຖະບານ ຕ້ອງສຸມພູມປັນຍາປັບປຸງບັນດາກົດໝາຍໃຫ້ສູມບູນແບບຢ່າງຮີບດ່ວນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຕາມຂັ້ນຕອນ, ເວລາກຳນົດ ແລະ ຮັບປະກັນຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ