ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກາງ​ນັດ​ສາ​ມັນ​ເດືອນ ພຶດ​ສະ​ພາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີ ຍູ້ແຮງວຽກງານຊີ້ນຳ, ບໍລິຫານພ້ອມກັບບັນດາວິທີການເຮັດວຽກທີດີ, ມີຫົວຄິດປະດິດສ້າງ, ບຸກທະລຸ, ມີປະສິດທິຜົນ; ໃນທຸກກໍລະນີ ຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມ, ເພີ່ມທະວີການພົວພັນຕ່າງປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກາງ​ນັດ​ສາ​ມັນ​ເດືອນ ພຶດ​ສະ​ພາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສຳນັກງານລັດຖະບານ, ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານນັດສາມັນເດືອນ ພຶດສະພາ ປີ 2024 ເພື່ອຕີລາຄາກ່ຽວກັບສະພາບການເສດຖະກິດ ສັງຄົມ ເດືອນພຶດສະພາ ແລະ 5 ເດືອນຕົ້ນປີ, ພ້ອມກັບຫຼາຍບັນຫາເສດຖະກິດສຳຄັນອື່ນໆ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ສະພາບການເສດຖະກິດ - ສັງຄົມ ເດືອນພຶດສະລາສືບຕໍ່ມີທ່າອ່ຽງຕັ້ງໜ້າ, ບັນລຸໝາກຜົນທີ່ດີກ່ວາເມື່ອທຽບໃສ່ກັບ ເດືອນເມສາ, ໄລ່ລວມ 5 ເດືອນກແມ່ນກ່ວາໄລຍະດຽວກັນຂອງປີ 2023 ໃນຂົງເຂດເກືອບທັງໝົດ. ການເຕີບໂຕໄດ້ຮັບການຊຸກຍູ້ຢູ່ທັງ 3 ຂົງເຂດແມ່ນ ອຸດສາຫະກຳ, ກະສິກຳ, ການບໍລິການ; ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນຄວາມດຸນດ່ຽງໃຫຍ່. ໃນນັ້ນ, ເປັນເຈົ້າການບັນດາວິທີການຮັບປະກັນການສະໜອງໄຟຟ້າໃນໄລຍະມີອາກາດຮ້ອນ; ຊຸກຍູ້ບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ ທາງຄົມມະນາຄົມ, ພະລັງງານ, ເປັນຕົ້ນແມ່ນໂຄງການສາຍສົ່ງໄຟຟ້າ 500 kv ທີ່ຈະໄດ້ຮັບການກໍ່ສ້າງສຳເລັດໃນທ້າຍເດືອນມິຖຸນາ. ບັນດາຂົງເຂດ ຄືວັດທະນະທຳ, ສັງຄົມ, ສ້າງລະບອບລະບຽບການ, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ປັບປຸງດີຂຶ້ນ; ອິດທິພົນຊື່ສຽງສາກົນຂອງ ຫວຽດນາມ ສືບຕໍ່ໄດ້ຍົກສູງ.

ທ່ານນາຍົກລັດຖະມົນຕີ ສະເໜີ ຍູ້ແຮງວຽກງານຊີ້ນຳ, ບໍລິຫານພ້ອມກັບບັນດາວິທີການເຮັດວຽກທີດີ, ມີຫົວຄິດປະດິດສ້າງ, ບຸກທະລຸ, ມີປະສິດທິຜົນ; ໃນທຸກກໍລະນີ ຕ້ອງຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມ, ເພີ່ມທະວີການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ຍູ້ແຮງການຖະແຫຼງຂ່າວ, ການໂຄສະນາ, ສ້າງຄວາມເຫັນດີເຫັນພ້ອມຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ