ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກ່ຽວ​ກັບ​ຫົວ​ເລື່ອງ​​ສ້າງ​ກົດ​ໝາຍ ປະ​ຈຳ​ເດືອນ ເມ​ສາ

(VOVWORLD) -  ຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານກ່ຽວກັບຫົວເລື່ອງສ້າງກົດໝາຍ ປະຈຳເດືອນ ເມສາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກ່ຽວ​ກັບ​ຫົວ​ເລື່ອງ​​ສ້າງ​ກົດ​ໝາຍ ປະ​ຈຳ​ເດືອນ ເມ​ສາ - ảnh 1ວາລະປະຊຸມ (ພາບ: VOV)

ໃນວາລະປະຊຸມ, ບັນດາສະມາຊິກລັດຖະບານ ໄດ້ພິຈາລະນາ, ປະກອບຄຳເຫັນ, ຮັບຮອງເອົາ 2 ເນື້ອໃນສຳຄັນ, ລວມມີ: ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ແຜນການນຳໃຊ້ແຫຼ່ງລາຍຮັບເພີ່ມ, ປະຢັດລາຍຈ່າຍປະຈຳຂອງງົບປະມານສູນກາງປີ 2023). ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ຕ້ອງລົງມະຕິເພື່ອຍື່ນສະເໜີສະພາແຫ່ງຊາດພິຈາລະນາ, ປະກອບຄຳເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 7 ໂດຍໄວ; ແຜນການນຳໃຊ້ລາຍຮັບເພີ່ມ, ປະຢັດລາຍຈ່າຍ ຕ້ອງໄດ້ຍື່ນສະເໜີຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຕົກລົງໂດຍໄວ ເພື່ອຈັດແບ່ງ, ນຳໃຊ້, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ.

        ກ່າວຄຳເຫັນໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບຸກທະລຸຍຸດທະສາດກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນແຜນນະໂຍບາຍໃຫຍ່ຂອງລັດ, ເຊິ່ງໄດ້ສຸມໃສ່ລົງທຶນ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ, ນັບມື້ນັບເຂົ້າສູ່ຄວາມເປັນລະບຽບ, ເປັນມືອາຊີບ, ມີແບບມີແຜນ, ມີວິທະຍາສາດ, ແທດຈິງ ແລະ ມີປະສິດທິຜົນກວ່າ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ