ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານປະ​ຈຳ​ເດືອນ ມັງ​ກອນ 2024

(VOVWORLD) - ຕອນເຊົ້າວັນທີ 1 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ມັງກອນ 2024, ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນ ມັງກອນ, ການປ່ອຍເງິນລົງທຶນສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ ແລະ ບັນດາຄຳຊີ້ນຳຈຸດສຸມໃນໄລຍະຈະມາເຖິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານປະ​ຈຳ​ເດືອນ ມັງ​ກອນ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງມີຄວາມຕັດສິນໃຈສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດນັບແຕ່ຫົວທີ, ແຕ່ເດືອນທຳອິດຂອງປີ 2024. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ; ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ ແລະ ມີປະສິດທິຜົນ; ສືບຕໍ່ຊຸກຍູ້ບັນດາກຳລັງຫນູນການເຕີບໂຕໃນຂົງເຂດລົງທຶນ, ສົ່ງອອກ, ການບໍລິໂພກອຸປະໂພກຢ່າງແຮງ, ເຊິ່ງໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່. ໄປຄຽງຄູ່ກັນນັ້ນ, ດຶງດູດແຫຼ່ງການເງິນສີຂຽວ, ການສິນເຊື່ອສີຂຽວເພື່ອພັດທະນາພະລັງງານໃໝ່ Hydrogen; ສ້າງ ແລະ ພັດທະນາສູນການເງິນຂອງພາກພື້ນ ແລະ ສາກົນຢູ່ ຫວຽດນາມ. ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການ ກະກຽມເງື່ອນໄຂຕ່າງໆຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ດ້ວຍຄວາມເບີກບານມ່ວນຊື່ນ, ປອດໄພ ແລະ ປະຢັດໃຫ້ເປັນຢ່າງດີ; ປະຕິບັດວັນບຸນປູກຕົ້ນໄມ້ຢ່າງມີປະສິດທິຜົນ; ຮັບປະກັນວິຖີດຳລົງຊີວິດສີວິໄລ, ປອດໄພ, ປະຢັດ ໃນບັນດາກິດຈະກຳເຊື່ອຖືສາສະໜາ ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ ແລະ ງານບຸນຍາມລະດູບານໃໝ່ 2024.


ຕອບກັບ

ຂ່າວ/ບົດ​ອື່ນ