ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທ​ານ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງສະ​ເພາະ ການ​ສ້າງ​ກົດ​ໝາຍ​ເດືອນ​ມິ​ຖຸ​ນາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ຊີ້ນຳວຽກງານສ້າງກົດໝາຍໂດຍກົງ; ໃຫ້ບຸລິມະສິດແຫຼ່ງກຳລັງມະນຸດ, ງົບປະມານໃນວຽກງານສ້າງກົດໝາຍ, ປັບປຸງລະບອບລະບຽບການ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທ​ານ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງສະ​ເພາະ ການ​ສ້າງ​ກົດ​ໝາຍ​ເດືອນ​ມິ​ຖຸ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 13 ມິຖຸນາ, ທີ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນມຸຖຸນາ ເພື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍ 3ຊະນິດ ລວມມີ: ກົດໝາຍວ່າດ້ວຍທາດເຄມີ (ສະບັບປັບປຸງ), ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ຂໍ້ກຳນົດດ້ານເຕັກນິກ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ ຄວາມຮຽກຮ້ອງຕ້ອງການສືບຕໍ່ປະຕິບັດກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບຢ່າງບຸກທະລຸ; ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໃນຕົວຈິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ຊີ້ນຳວຽກງານສ້າງກົດໝາຍໂດຍກົງ; ໃຫ້ບຸລິມະສິດແຫຼ່ງກຳລັງມະນຸດ, ງົບປະມານໃນວຽກງານສ້າງກົດໝາຍ, ປັບປຸງລະບອບລະບຽບການ; ເພີ່ມທະວີກົດລະບຽບ, ລະບຽບວິໄນ, ຮັບປະກັນຄວາມກ້າວໜ້າ, ຄຸນນະພາບໃນການກໍ່ສ້າງ, ປະກາດໃຊ້ເອກະສານນິຕິກຳ:

ພວກເຮົາສ້າງກົດໝາຍຕ້ອງຮັບປະກັນບັນດາຄວາມຮຽກຮ້ອງ, ທີໜຶ່ງແມ່ນພວກເຮົາຕ້ອງຫັນ ບັນດາທັດສະນະແນວທາງຂອງພັກ ເປັນລະບອບລະບຽບການ; ທີສອງແມ່ນ ຕ້ອງປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດໃນຕົວຈິງ; ທີສາມແມ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການເກີດຂຶ້ນໃນຕົວຈິງ, ບັນດາບັນຫາທີ່ເກີດຂຶ້ນແບບບັງເອີນ, ບັນຫາມີລັກສະນະເປັນລະບົບ.

ຕອບກັບ

ຂ່າວ/ບົດ​ອື່ນ