ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ “ແຕ່ລະຄົນຕ້ອງເຮັດວຽກທົບສອງເທົ່າ”, ສືບຕໍ່ກະຕຸກຊຸກຍູ້, ຊີ້ນຳປະຕິບັດການແກ້ໄຂຜົນຕາມມາຈາກພາຍຸ Yagi, ນຳຊີວິດການເປັນຢູ່ ແລະການຜະລິດກັບຄືນສູ່ສະພາບເປັນປົກກະຕິຢ່າງຮີບດ່ວນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກັນຍາ ປີ 2024, ເພື່ອແນໃສ່ສືບຕໍ່ບູລະນະຂອບເຂດນິຕິກຳ, ແກ້ໄຂຂໍ້ຈຳກັດ, ຂໍ້ຕິດຂັດ, ລຸລ່ວງທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ. ກ່ອນດຳເນີນກອງປະຊຸມ, ຕໍ່ໜ້າສະພາບການພາຍຸຝົນຕົກ, ດິນເຊາະເຈື່ອນ, ນ້ຳຖ້ວມກໍ່ຜົນເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນ, ລັດຖະບານໄດ້ກົ້ມຫົວໜຶ່ງນາທີ ເພື່ອອາໄລຫາຜູ້ເສຍຊີວິດ ໂດຍພາຍຸນ້ຳຖ້ວມກໍ່ຂຶ້ນ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ “ແຕ່ລະຄົນຕ້ອງເຮັດວຽກທົບສອງເທົ່າ”, ສືບຕໍ່ກະຕຸກຊຸກຍູ້, ຊີ້ນຳປະຕິບັດການແກ້ໄຂຜົນຕາມມາຈາກພາຍຸ Yagi, ນຳຊີວິດການເປັນຢູ່ ແລະການຜະລິດກັບຄືນສູ່ສະພາບເປັນປົກກະຕິຢ່າງຮີບດ່ວນ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ: ໃນກອງປະຊຸມສ້າງກົດໝາຍຄັ້ງນີ້, ບັນດາສະມາຊິກລັດຖະບານສະແດງຈິດໃຈ, ຄວາມຮັບຜິດຊອບ, ພູມປັນຍາ, ປຶກສາຫາລືປະກອບຄຳເຫັນເພື່ອບູລະນະຂອບເຂດນິຕິກຳ, ແກ້ໄຂຂໍ້ຈຳກັດ, ຂໍ້ຕິດຂັດ, ລຸລ່ວງແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ