ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກໍລະກົດ

(VOVWORLD) - ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າທຽບເທົ່າກະຊວງຂຶ້ນກັບລັດຖະບານຊີ້ນຳໂດຍກົງ, ນຳພາການສ້າງລະບອບລະບຽບການ; ກວດກາເປັນປະຈຳ, ພິຈາລະຈາບັນດາຂໍ້ຕິດຄັດ, ບັນຫາເກີດມາໃໝ່ໃນຕົວຈິງ, ຈາກນັ້ນຍົກສູງປະສິດທິຜົນການສ້າງກົດໝາຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກໍລະກົດ - ảnh 1 (ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ)

        ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກໍລະກົດ, ເພື່ອປຶກສາຫາລື, ພິຈາລະນາ, ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ; ສະເໜີສ່າງກົດໝາຍວ່າດ້ວຍສະພາບການສຸກເສີນ; ສະເໜີສ້າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ) ແລະ ແຜນຮ່າງແຜນນະໂຍບາຍລົງທຶນເສັ້ນທາງລົດໄຟຄວາມໄວສູງເໜືອ-ໃຕ້.

        ກ່າວຄຳເຫັນເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ລັດຖະບານໄດ້ຈັດກອງປະຊຸມຫົວເລື່ອງສະເພາະ 5 ຄັ້ງກ່ຽວກັບການສ້າງກົດໝາຍ, ປະກອບຄຳເຫັນ, ຮັບຮອງເອົາການສະເໜີສ້າງກົດໝາຍ, ມະຕິ, ຮ່າງກົດໝາຍ 26 ຂໍສະເໜີ. ທ່ານນາຍົກລັດຖະມົນຕີໃສ່ໃຈເຖິງການຈັດແບ່ງຂັ້ນ, ຈັດແບ່ງສິດ, ໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ, ລະບອບ, ນະໂຍບາຍ, ຈາກນັ້ນ, ຍົກສູງກຳລັງຄວາມສາມາດປະຕິບັດຂອງພະນັກງານ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

        “ຕ້ອງລົງທຶນແຫຼ່ງຊັບພະຍາກອນໃຫ້ແກ່ວຽກງານສ້າງລະບອບລະບຽບການ, ໃຫ້ບຸລິມະສິດລະບອບນະໂຍບາຍໃຫ້ບັນດາພະນັກງານເຂົ້າຮ່ວມການສ້າງກົດໝາຍ ເພື່ອໃຫ້ບັນດາພະນັກງານມີເງື່ອນໄຂດ້ານເວລາ, ສະຫງວນກຳລັງເຫືອແຮງ, ຄວາມເມົາມົວ, ພູມປັນຍາຂອງຕົນໃຫ້ແກ່ວຽກງານ. ຄຽງຂ້າງນັ້ນ, ຕ້ອງສົ່ງເສີມນະວັດຕະກຳ, ຂໍ້ລິເລີມໃນວິວັດການສ້າງກົດໝາຍ”.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າທຽບເທົ່າກະຊວງຂຶ້ນກັບລັດຖະບານຊີ້ນຳໂດຍກົງ, ນຳພາການສ້າງລະບອບລະບຽບການ; ກວດກາເປັນປະຈຳ, ພິຈາລະຈາບັນດາຂໍ້ຕິດຄັດ, ບັນຫາເກີດມາໃໝ່ໃນຕົວຈິງ, ຈາກນັ້ນຍົກສູງປະສິດທິຜົນການສ້າງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ