ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງ​ສ້າງ​ກົດ​ໝາຍ ເດືອນ ມີ​ນາ 2024

(VOVWORLD) - ວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສ້າງກົດໝາຍເດືອນ ມີນາ 2024 ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ 3 ສະບັບ, ໃບສະເໜີສ້າງມະຕິຂອງສະພາແຫ່ງຊາດ 1 ສະບັບ ແລະ ສະເໜີສ້າງກົດໝາຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ຫົວ​ເລື່ອງ​ສ້າງ​ກົດ​ໝາຍ ເດືອນ ມີ​ນາ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VGP)

  ເປີດສາກວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ການລົງທຶນສ້າງລະບອບລະບຽບການແມ່ນການລົງທຶນພັດທະນາ. ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານ ໄດ້ຈັດ 24 ວາລະປະຊຸມຫົວເລື່ອງກ່ຽວກັບການສ້າງກົດໝາຍ. ນັບແຕ່ຕົ້ນປີ, ລັດຖະບານ ໄດ້ຈັດ 2 ວາລະປະຊຸມຫົວເລື່ອງສະເພາະ, ພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ, ລັດຖະບັນຍັດ, ມະຕິ 14 ສະບັບ. ວຽກງານສ້າງ, ປະກາດໃຊ້ກົດໝາຍນັບມື້ນັບໄດ້ຮັບການປະຕິບັດຢ່າງມີແບບມີແຜນ, ມີວິທະຍາສາດ, ເປັນມືອາຊີບ, ມີການປ່ຽນແປງໃໝ່ ແລະ ມີປະສິດທິຜົນກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໄປຄຽງຄູ່ກັບການກໍ່ສ້າງກົດໝາຍ, ບັນດາກະຊວງ, ຂະແໜງການຕ້ອງສຸມໃສ່ກໍ່ສ້າງບັນດາດຳລັດ, ຈົດໝາຍທາງລັດຖະການ ເພື່ອຫັນເນື້ອໃນກົດໝາຍເປັນລະອຽດ.

       ໃນວາລະປະຊຸມມື້ນີ້, ລັດຖະບານໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍຫຼາຍສະບັບ, ໃນນັ້ນ ມີຮ່າງກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງ ແລະ ຊົນນະບົດ; ຮ່າງກົດໝາຍວ່າດ້ວຍທໍລະນີສາດ ແລະ ບໍ່ແຮ່; ສະເໜີສ້າງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງລັດເຂົ້າໃນການຜະລິດດຳເນີນທຸລະກິດຢູ່ວິສາຫະກິດ (ສະບັບປັບປຸງ).


ຕອບກັບ

ຂ່າວ/ບົດ​ອື່ນ