ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານໃນ​ຫົວ​ເລື່ອງ​​ກໍ່​ສ້າງ​ກົດ​ໝາຍໂດຍສະເພາະ

(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມໃນຕອນເຊົ້າວັນທີ 4 ມີນາທ່ານາຍົກລັດຖະມົຕີຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່ານັບແຕ່ຕົ້ນອາຍຸການລັດຖະບານໄດ້ລົງມືປະຕິບັດໃນທັນທີໂດຍສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດໃນນັ້ນມີການບຸກທະລຸກ່ຽວກັບລະບອບລະບຽບກາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານໃນ​ຫົວ​ເລື່ອງ​​ກໍ່​ສ້າງ​ກົດ​ໝາຍໂດຍສະເພາະ - ảnh 1ທ່ານາຍົກລັດຖະມົຕີຫວຽດນາມຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

 ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມຫົວເລື່ອງສະເພາະເທື່ອທີ 3 ກ່ຽວກັບການກໍ່ສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ. ໃນກອງປະຊຸມ 2 ຄັ້ງກ່ອນນັ້ນ, ລັດຖະບານໄດ້ສ້າງຮ່າງກົດໝາຍສົມບູນແບບ 16 ສະບັບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນປີ 2022 ແລະ ປີ 2023, ພ້ອມທັງປັບປຸງໂຄງການດຳເນີນງານຂອງລັດຖະບານ ໃຫ້ເໝາະສົມກັບໜ້າວຽກ ແລະ ມີລັກສະນະຈຸດສຸມ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທີ່ກອງປະຊຸມຄັ້ງນີ້, ລັດຖະບານໄດ້ສຸມໃສ່ປຶກສາຫາລືຮ່າງກົດໝາຍ 5 ສະບັບ ແລະ ມະຕິ 1 ສະບັບ. ນັ້ນແມ່ນຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໂທລະເລກ ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານຍື່ນສະເໜີ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ສະກັດກັ້ນການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ) ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຍື່ນສະເໝີ; ຮ່າງກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮາກຖານ ໂດຍກະຊວງຕຳຫຼວດຍື່ນສະເໜີ; ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມທາງບົກ ໂດຍກະຊວງຕຳຫຼວດຍື່ນສະເໜີ; ຮ່າງກົດໝາຍວ່າດ້ວຍທາງບົກໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງຍື່ນສະເໜີຕໍ່ລັດຖະບານ ກໍ່ຄືຮັບຟັງກະຊວງຕຳຫຼວດສະເໜີຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງຮູບແບບຈັດຕັ້ງແຮງງານ, ແນະນຳອາຊີບ, ສິດສອນອາຊີບໃຫ້ແກ່ນັກໂທດຢູ່ຄ້າຍຄຸມຂັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໃຫ້ຮູ້ວ່າ:

ການສ້າງກົດໝາຍຕ້ອງເລີ່ມຈາກພຶດຕິກຳຕົວຈິງ, ຕ້ອງເຄົາລົບ, ຕິດແທດກັບຕົວຈິງ, ຖືຕົວຈິງເປັນໄມ້ວັດແທກ ໃນວິວັດການສ້າງກົດໝາຍ, ບັນຫາໃດຍັງຕິດຂັດນັ້ນຕ້ອງເພີ່ມເຕີມເພື່ອແກໄຂ, ບັນຫາໃດເກີດຂຶ້ນໃໝ່ຕ້ອງສືບຕໍ່ອັບເດດ, ບັນດາບັນຫາ, ເນື້ອໃນທີ່ມີຢູ່ແລ້ວ ຖ້າວ່າຍັງບໍ່ຖືກຕ້ອງກັບສະພາບການ ຕ້ອງປັບປຸງ, ການສ້າງກົດໝາຍຕ້ອງລະດົມທຸກແຫຼ່ງກຳລັງເຂົ້າໃນການພັດທະນາ. ກົດໝາຍຕ້ອງກວມເອົາທຸກໆເປົ້າໝາຍທີ່ດັດປັບ. ຕ້ອງໃສ່ໃຈວ່າ ການແບ່ງຂັ້ນ, ແບ່ງສິດອຳນາດຕ້ອງໄປຄຽງຄູ່ກັບການກວດກາ, ຕິດຕາມກວດກາ ແລະ ຈັດແບ່ງແຫຼ່ງກຳລັງ, ຫຼຸດຜ່ອນລະບຽບການບໍລິຫານ, ມານະພະຍາຍາມຫຼຸດຜ່ອນລະບຽບການບໍລິຫານລົງ.

ຕອບກັບ

ຂ່າວ/ບົດ​ອື່ນ