ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ພະຈິກ ຂອງລັດຖະບານ

(VOVWORLD) - ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໃນສະພາບການສາກົນມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຍັງບັນລຸໄດ້ຫຼາຍຜົນງານສຳຄັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ພະຈິກ ຂອງລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 06 ທັນວາ, ຢູ່ສຳນັກງານລັດຖະບານ, ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນ ພະຈິກ ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມເດືອນ ພະຈິກ ແລະ 11 ເດືອນຕົ້ນປີ 2023; ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ສະພາບຈັດແບ່ງງົບປະມານ, ປ່ອຍທຶນເງິນລົງທຶນພາກລັດ; ສະພາບການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ (ກໍ່ສ້າງຊົນນະບົດໃໝ່; ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ). ພ້ອມກັນນັ້ນ, ລັດຖະບານສ້າງຮ່າງມະຕິກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2024 ແລະ ບາງບັນຫາສຳຄັນອື່ນໆອີກ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໃນສະພາບການສາກົນມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຍັງບັນລຸໄດ້ຫຼາຍຜົນງານສຳຄັນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ໃນນັ້ນ, ຮັກສາເສດຖະກິດມະຫາພາກ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ເສດຖະກິດມີການເຕີບໂຕໃນທຸກຂົງເຂດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັກສາໄວ້; ພິເສດ, ວຽກງານການຕ່າງປະເທດແມ່ນຈຸດເດັ່ນຂອງປີ.

        ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ມີຄວາມຕັດສິນໃຈ, ມີຄວາມມານະພະຍາຍາມຢ່າງສູງສຸດ ເພື່ອບັນລຸໄດ້ບັນດາເປົ້າໝາຍຂອງປີນີ້; ບັນດາສະມາຊິກລັດຖະບານ ສຸມໃສ່ຊີ້ນຳ, ບໍລິຫານວຽກງານ, ຕິດພັນກັບສະພາບການສາກົນຢ່າງແໜ້ນແຟ້ນ, ຮັບມືຢ່າງທັນການ, ບັນລຸປະສິດທິຜົນບັນດາບັນຫາທີ່ຫາກໍ່ເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ