ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມ
(ພາບ: VGP)

        ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ເປັນປະທານວາລະປະຊຸມເທື່ອທີ 2 ຂອງອະນຸກຳມະການປຶກສາຫາລືໂຄງຮ່າງບົດລາຍງານຕີລາຄາໄລຍະ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2030, ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2026 – 2030.

        ໂຄງຮ່າງບົດລາຍງານລວມມີ 3 ພາກ, ຄື: ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030; ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2026 – 2030; ການຈັດຕັ້ງປະຕິບັດ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ, ສຳຫຼວດ, ກວດກາ, ຕີລາຄາງ່າຍ; ຫຼີກລ້ຽງການນຳເຂົ້າບັນດາເນື້ອໃນທີ່ບໍ່ຈຳເປັນ, ບໍ່ມີເນື້ອໃນລະອຽດ, ຍາກທີ່ຈະໝູນໃຊ້.

        ສຳລັບການຄາດຄະເນສະພາບການໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຊີ້ນຳສຸມໃສ່ຕີລາຄາ, ໄຈ້ແຍກຜົນກະທົບຂອງໂອກາດ, ສິ່ງທ້າທ້າຍສຳລັບ ຫວຽດນາມ ຈາກສະພາບການພັດທະນາໃໝ່ຂອງສາກົນ ແລະ ພາຍໃນປະເທດ; ສິ່ງທ້າທາຍຈາກບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງດ້ານການທະຫານ ແລະ ຄວາມໝັ້ນຄົງແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ