ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ແຫຼ່ງທຶນ​ສຳ​ລັບ ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) - ຫວຽດນາມ ພວມສ້າງພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ, ດັ່ງນັ້ນ ຕ້ອງນຳໃຊ້ເຄື່ອງມືຕະຫຼາດເພື່ອບໍລິຫານຕະຫຼາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ແຫຼ່ງທຶນ​ສຳ​ລັບ ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປຶກສາຫາລືແກ້ໄຂຄວາມຫຍຸ້ງຍາກ່ຽວກັບການເຕີບໂຕສິນເຊື່ອສຳລັບການຜະລິດ, ດຳເນີນທຸລະກິດຊຸກຍູ້ການເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ທະນາຄານ, ວິສາຫະກິດນອນໃນລະບົບນິເວດເສດຖະກິດ. ການພັດທະນາຂອງທະນາຄານ, ວິສາຫະກິດ ມີການກ່ຽວຂ້ອງກັນ ແລະ ກ່ຽວຂ້ອງເຖິງ ການພັດທະນຂອງພື້ນຖານເສດຖະກິດ. ຫວຽດນາມ ແມ່ນປະເທດ ພວມພັດທະນາ, ພື້ນຖານເສດຖະກິດພວມມີການຫັນປ່ຽນ. ຫວຽດນາມ ພວມສ້າງພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ.  ດັ່ງນັ້ນ ຕ້ອງນຳໃຊ້ເຄື່ອງມືຕະຫຼາດເພື່ອບໍລິຫານຕະຫຼາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນປະກອບສ່ວນຂໍ້ລິເລີ່ມເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຍູ້ແຮງຄວາມສາມາດໃນການສຳຜັດກັບແຫຼ່ງເງິນທຶນຂອງປະຊາຊົນ, ວິສາຫະກິດ ຈາກນັ້ນ ກໍ່ພັດທະນາເສດຖະກິດປະເທດຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພວກເຮົາບໍ່ຫຼຸດມາດຖານສິນເຊື່ອລົງ, ແຕ່ຕ້ອງມີການແກ້ໄຂຢ່າງມີໄຫວພິບ ເໝາະສົມກັບສະພາບການ. ຍູ້ແຮງບັນດາເຄື່ອງມືທີ່ກ່ຽວຂ້ອງຕະຫຼາດ, ຫຼຸດຜ່ອນບັນດາເຄື່ອງມື, ຂັ້ນຕອນປະຕິບັດລະບຽບການໃນການບໍລິການ ແລະ ຄຸ້ມຄອງສິນເຊື່ອ. ຍູ້ແຮງການອອກພັນທະບັດ ວິສາຫະກິດ, ຍູ້ແຮງນະໂຍບາຍປີການເງິນ ທີ່ກ່ຽວຂ້ອງເຖິງທຶນ, ຄ່າທຳນຽມ, ການລົງທຶນສາທາລະນະ… ສຳລັບອົງການສິນເຊື່ອ, ສືບຕໍ່ຫຼຸດຜ່ອນຄ່າໃຊ້ຈ່າຍ, ຫັນການປະຕິບັດລະບຽບການ, ເງື່ອນໄຂກູ້ຢຶມເປັນງ່າຍດາຍ, ເພີ່ມທະວີເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ເພື່ອສືບຕໍ່ຫຼຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ.


ຕອບກັບ

ຂ່າວ/ບົດ​ອື່ນ