ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ​ງ ເປັນ​ປະ​ທານກອງປະ​ຊຸມ​ແບບ​ທາງ​ໄກ​​ກັບການ​ນຳ​ແຂວງ ຕ່ຽ​ນ​ຢາງ, ກຽນ​ຢາງ ກ່ຽວ​ກັບ​​ວຽກ​ງານ​ຕ້ານ ​ໂຄວິດ - 19

(VOVWORLD) - ຕອນເຊົ້າວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມແບບທາງໄກກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກັບ 317 ຕາແສງ, ເທດສະບານເມືອງ, 26 ເມືອງ, ເທດສະບານ ແລະ ການນຳສອງແຂວງ ກຽນຢາງ, ຕຽນຢາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ​ງ ເປັນ​ປະ​ທານກອງປະ​ຊຸມ​ແບບ​ທາງ​ໄກ​​ກັບການ​ນຳ​ແຂວງ ຕ່ຽ​ນ​ຢາງ, ກຽນ​ຢາງ ກ່ຽວ​ກັບ​​ວຽກ​ງານ​ຕ້ານ ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມແບບທາງໄກກັບການນຳແຂວງ ຕ່ຽນຢາງ, ກຽນຢາງ ກ່ຽວກັບວຽກງານຕ້ານ ໂຄວິດ - 19

ກ່າວສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ຂໍ້ສັງເກດວ່າ, ເຖິງວ່າບັນດາແຂວງ ກຽນຢາງ, ຕຽນຢາງ ໄດ້ມີຄວາມພະຍາຍາມຫຼາຍຢ່າງກໍຕາມແຕ່ ສະພາບການໂລກລະບາດຍັງບໍ່ທັນບັນລຸດັ່ງຫວັງ, ຄາດວ່າ, ສະພາບການອາດຈະສັບສົນກວ່າອີກ. ເພື່ອຄວບຄຸມໂລກລະບາດໄດ້ໂດຍໄວ, ບັນດາທ້ອງຖິ່ນ ຄວນຕິດຕາມປະຕິບັດຄຳຊີ້ນຳຢ່າງໃກ້ຊິດ, ໂດຍສະເພາະແມ່ນຄຳຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄຳແນະນຳຂອງກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ, ພິເສດແມ່ນແຜນນະໂຍບາຍຫັນທິດ “ຖືຕາແສງ, ເທດສະບານເມືອງເປັນ ປ້ອມໝັ້ນ; ປະຊາຊົນເປັນນັກຮົບ; ຖືປະຊາຊົນເປັນໃຈກາງເພື່ອຮັບໃຊ້, ເປັນເຈົ້າຂອງໃນວຽກງານປ້ອງກັນ, ຕ້ານໂລກລະບາດ”. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງພະຍາຍາມຄວບຄຸມໂລກລະບາດໂດຍໄວ, ຊ້າສຸດແມ່ນຮອດວັນທີ 30 ກັນຍາ ຕ້ອງຄວບຄຸມໂລກລະບາດໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ