ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ

(VOVWORLD) - ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນໃນເດືອນ ກຸມພາ 1973, ຫຼັງຈາກນັ້ນ, ໄດ້ຍົກຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 1ປະຊາຄົມຊາວ ຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ສະໜາມບິນ
(ພາບ:Dương Giang/TTXVN)

ຕອນບ່າຍວັນທີ 6 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ Canberra, ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese. ນີ້ແມ່ນການຢ້ຽມຢາມທາງການ ອົດສະຕາລີ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະຕຳແໜ່ງໃໝ່, ແມ່ນການຢ້ຽມຢາມ ອົດສະຕາລີ ທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນກ່ວາ 7 ປີຜ່ານມາ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານເລິກເຊິ່ງກ່ວາ, ນຳການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາອີກ.

        ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ, ພົບປະກັບທ່ານ Sueline, ປະທານສະພາສູງ ແລະ ທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ; ຕ້ອນຮັບການນຳຝ່າຍຄ້ານ, ເຂົ້າຮ່ວມພິທີເປີດສະຫຼອງສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ, ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ອົດສະຕາລີ… ສອງຝ່າຍໄດ້ເຂົ້າຮ່ວມພິທີລົງນາມ, ແລກປ່ຽນຫຼາຍເອກະສານຮ່ວມມືໃນບັນດາຂົງເຂດ: ການສຶກສາ, ພະລັງງານ, ຊັບພະຍາກອນ, ການກະເສດ, ເຄື່ອງປ່າຂອງດົງ ແລະ ສິນທະເລ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ໄອຍະການ, ການເງິນ, ການຄ້າ, ການລົງທຶນ.

        ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນໃນເດືອນ ກຸມພາ 1973, ຫຼັງຈາກນັ້ນ, ໄດ້ຍົກຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 13,8 ຕື້ໂດລາສະຫະລັດ. ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 7 ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ທີ 10 ຂອງ ອົດສະຕາລີ. ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ ສະໜອງແຫຼ່ງທຶນໜູນຊ່ວຍພັດທະນາທາງການ (ODA) ຊ່ວຍເຫຼືອຫຼ້າໃຫຍ່ທີ່ສຸດໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ