ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກາວ​ບັ່ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງຮັບປະກັນການປ້ອງກັນຊາດ; ຄຸ້ມຄອງເຂດຊາຍແດນຢ່າງແໜ້ນແຝ້ນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ;
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ  ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ກາວ​ບັ່ງ - ảnh 1

(ພາບ: VOV)

     ໃນລາຍການໄປປະຕິບັດງານຢູ່ແຂວງ ກາວບັ່ງ ຊື່ງແມ່ນແຂວງເຂດພູດອຍທາງພາກເໜືອຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ໄດ້ເຮັດວຽກກັບການນຳແຂວງ ກ່ຽວກັບສະພາບໝາກຜົນປີ 2022, ໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2023.

ທ່ານນາຍົກລັດຖະມົນຕີຊີ້ນຳວ່າ, ທາງແຂວງ ກາວບັ່ງ ຄວນສຸມໃສ່ພັດທະນາເສດຖະກິດເຂດຊາຍແດນ, ເຂດດ່ານ; ຍົກສູງປະສິດທິຜົນເຂດອຸດສາຫະກຳ, ເສດຖະກິດເຂດດ່ານ; ເສີມຂະຫຍາຍ, ຍົກສູງມູນຄ່າເພີ່ມອຸດສາຫະກຳປຸງແຕ່ງໂລຫະ; ຍູ້ແຮງອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ດຶງດູດບັນດາຂະແໜງອຸດສາຫະກຳໃໝ່. ແຂວງກໍ່ຕ້ອງລົງທຶນພັດທະນາການທ່ອງທ່ຽວ ເພື່ອໃຫ້ການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ກາວບັ່ງ ກາຍເປັນສູນທ່ອງທ່ຽວຂອງເຂດພູພຽງ ແລະ ພູດອຍທາງພາກເໜືອ ຫວຽດນາມ.

ໂດຍແມ່ນແຂວງມີເສັ້ນຊາວແດນຍາວ, ທຸລະກັນດານ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງຮັບປະກັນການປ້ອງກັນຊາດ; ຄຸ້ມຄອງເຂດຊາຍແດນຢ່າງແໜ້ນແຝ້ນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ປະຕິບັດວຽກງານການຕ່າງປະເທດເປັນຢ່າງດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ