ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບນະຄອນ ໂຮ່ຈີມິນ

(VOVWORLD) - ຄະນະປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບນະຄອນ ໂຮ່ຈີມິນ ກ່ຽວກັບໝາກຜົນເສດຖະກິດ - ສັງຄົມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບນະຄອນ ໂຮ່ຈີມິນ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນເຊົ້າວັນທີ 10 ສິງຫາ, ຢູ່ນະຄອນ ໂຮ່ຈີມີນ, ຄະນະປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບນະຄອນ ໂຮ່ຈີມິນ ກ່ຽວກັບໝາກຜົນເສດຖະກິດ - ສັງຄົມ ແລະ ການປະຕິບັດມະຕິເລກທີ 98 ຂອງສະພາແຫ່ງຊາດກ່ຽວກັບການທົດລອງກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງເພື່ອພັດທະນານະຄອນ.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ດ້ວຍບົດບາດສຳຄັນຂອງນະຄອນ ໂຮ່ຈີມິນ ແມ່ນ “ແກ່ນສານ, ຂົ້ວເຕີບໂຕຂອງເຂດ”, ແມ່ນ “ນະຄອນສີວິໄລ, ທັນສະໄໝ, ຂະຫຍັນຂັນເຄື່ອນ ປະດິດຄິດສ້າງ”, ແມ່ນ “ສູນກາງເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳຂອງທົ່ວປະເທດ”, ໜ້າທີ່ ແລະ ຄວາມຮຽກຮ້ອງທີ່ໄດ້ວາງອອກສຳລັບນະຄອນໃນໄລຍະຈະມາເຖິງແມ່ນໜັກໜ່ວງທີ່ສຸດ. ສະນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງສຸມໃສ່ປຶກສາຫາລື, ຊອກຫາມາດຕະການແກ້ໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມນະຄອນ ໂຮ່ຈີມິນ, ປະຕິບັດເປົ້າໝາຍທີ່ລັດຖະບານໄດ້ວາງອອກແມ່ນ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ບັນດາກຳລັງໜູນການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່.

        ເມື່ອເຕື້ອງເຖິງມາດຕະການແກ້ໄຂ, ໜ້າທີ່ຈຸດສຸມຈຳນວນໜຶ່ງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງນະຄອນ ໂຮ່ຈີມິນ ຕ້ອງມີຄວາມຕັດສິນໃຈສູງກວ່າ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ມີການປະທຳຢ່າງຂ້ຽວຂາດກວ່າ, ເສີມຂະຫຍາຍບັນດາກົນໄກ, ນະໂຍບາຍພິເສດສະເພາະໃຫ້ມີປະສິດທິຜົນກວ່າ. ທ່ານຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ຍົກສູງປະສິດທິຜົນການຄຸ້ມຄອງ, ນະໃຊ້ ແລະ ຍູ້ແຮງການປ່ອບເງິນລົງທຶນສາທາລະນະ; ຍູ້ໄວຄວາມຄືບໜ້າການປະຕິບັດບັນດາໂຄງການຈຸດສຸມ, ຮີບດ່ວນທ່ີໄດ້ຮັບມອບໝາຍ.

       ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານເຂດທາງທິດຕາເວັນອອກພາກໃຕ້ ຫວຽດນາມ (ສະພາ), ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງສະພາ ເພື່ອສຳຫຼວດກວດຄືນການປະຕິບັດບັນດາເນື້ອໃນທີ່ໄດ້ວາງອອກທີ່ກອງປະຊຸມຄັ້ງທີ 3 ແລະ ຜັນຂະຫຍາຍການວາງແຜນຜັງເຂດທາງທິດຕາເວັນອອກພາກໃຕ້ ຫວຽດນາມ, ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ