ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າ ອິນເດຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າຂອງ ອິນເດຍ ໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳການຢາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າ ອິນເດຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບທ່ານ Gautam Adani, ປະທານກຸ່ມບໍລິສັດ Adani)

        ໃນລາຍການປະຕິບັດງານຢູ່ ອິນເດຍ, ແຕ່ວັນທີ 30 ກໍລະກົດ - 01 ສິງຫາ, ຕອນເຊົ້າວັນທີ 31 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບບັນດາກຸ່ມບໍລິສັດແຖວໜ້າຂອງ ອິນເດຍ ໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳການຢາ, ຜ່ານນັ້ນ, ກໍ່ຮຽກຮ້ອງໃຫ້ກຸ່ມບໍລິສັດຕ່າງໆລົງທຶນເຂົ້າບັນດາໂຄງການໃຫຍ່, ມີເຕັກໂນໂລຊີສູງ, ມີລັກສະນະແຜ່ຂະຫຍາຍຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Gautam Adani, ປະທານກຸ່ມບໍລິສັດ Adani ແລະ ບັນດາການນຳຂອງກຸ່ມບໍລິສັດ Adani, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດໃຫຍ່ທີ່ສຸດຂອງ ອິນເດຍ ເຄື່ອນໄຫວໃນຂົງເຂດລົງທຶນພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງບົດລາຍງານກ່ຽວກັບໂຄງການທີ່ກຸ່ມບໍລິສັດ Adani ພວມຜັນຂະຫຍາຍການລົງທຶນຢູ່ທ່າກຳປັ່ນ ລຽນຈຽວ, ນະຄອນດ່ານັ້ງ, ດ້ວຍຍອດຈຳນວນທຶນຄາດວ່າກວ່າ 2 ຕື້ USD. ພ້ອມກັນນັ້ນ, Adani ກໍ່ປາດຖະໜາຢາກຜັນຂະຫຍາຍການເຄ່ືອນໄຫວລົງທຶນດ້ານພະລັງງານຢູ່ ບິ່ງທ້ວນ. ທ່ານນາຍົກລັດຖະມົນຕີຊົມເຊີຍການຄາດຄະເນການຮ່ວມມື, ລົງທຶນ, ເປີດກວ້າງການລົງທຶນຂອງກຸ່ມບໍລິສັດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Adani ລົງທຶນດ້ານແຫຼ່ງທຶນ ແລະ ນຳເຕັກໂນໂລຊີທີ່ກ້າວໜ້າ, ເຕັກໂນໂລຊີໃໝ່, ເຕັກໂນໂລຊີສູງ, ມີມູນຄ່າເພີ່ມສູງ… ເຂົ້າ ຫວຽດນາມ.

        ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳກຸ່ມບໍລິສັດ SMS Pharmaceuticals ແລະ ບໍລິສັດ Sri Avantika Contractors ທີ່ພວມເຄື່ອນໄຫວໃນຂົງເຂດຂຸດຄົ້ນແຮ່ທາດ, ການຢາ, ພື້ນຖານໂຄງລ່າງ, ການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ