ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວ​ຽກ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດໃ​ຫຍ່​ຂອງ ອາ​ເມ​ລິ​ກາ ແລະ ໂລກ.

(VOVWORLD) - ເນື່ອງໃນໂອກາດປະຕິບັດງານຢູ່ ອາເມລິກາ, ວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການຕ້ອນຮັບການນຳບັນດາອົງການຈັ້ດຕັ້ງ, ກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ອາເມລິກາ ແລະ ໂລກ.  

ໃນການຕ້ອນຮັບ ທ່ານ Axel Van Trotsenburg, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານທະນາຄານໂລກ (WB), ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍຈະສຸມໃສ່ບັນດາຂົງເຂດຄືຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ; ບັນດາໂຄງການພື້ນຖານໂຄງລ່າງທາງຄົມມະນາຄົມໃຫຍ່; ໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ…

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວ​ຽກ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດໃ​ຫຍ່​ຂອງ ອາ​ເມ​ລິ​ກາ ແລະ ໂລກ. - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ອາເມລິກາ ແລະ ໂລກ (ພາບ: TTXVN)
ສ່ວນໃນການຕ້ອນຮັບທ່ານ Marc Allen, ຜູ້ອໍານວຍການຍຸດທະສາດທັງເປັນຮອງປະທານຂັ້ນສູງ, ຍຸດທະສາດ ແລະ ພັດທະນາເສດຖະກິດ ວິສາຫະກິດ ແລະ ການນຳກຸ່ມບໍລິສັດ Boeing, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Boeing ເປີດສາຂາບໍລຸງຮັກສາ ແລະ ດຳເນີນວຽກງານອື່ນໆຢູ່ ຫວຽດນາມ; ມີນະໂຍບາຍໜູນຊ່ວຍບັນດາບໍລິສັດການບິນຂອງ ຫວຽດນາມ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກ, ບົນເນື້ອໃນຈິດໃຈມຸ່ງໄປເຖິງການຮ່ວມມືຍາວນານ.

        ໃນການຕ້ອນຮັບການນຳ Asia Group ແລະ ບັນດາກຸ່ມບໍລິສັດ Blackstone, GenX, AES, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດານັກລົງທຶນ ສຸມໃສ່ຄົ້ນຄວ້າການລົງທຶນໃສ່ພະລັງງານໃຊ້ແຮງລົມ, ພະລັງງານແສງຕາເວັນ, ພະລັງງານນ້ຳທະເລຂຶ້ນ ເຊິ່ງເປັນແຫຼ່ງພະລັງງານທີ່ມີຄວາມບົ່ມຊ້ອນພັດທະນາທີ່ສຸດຢູ່ ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວ​ຽກ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດໃ​ຫຍ່​ຂອງ ອາ​ເມ​ລິ​ກາ ແລະ ໂລກ. - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo 
  ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ມີການຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo ແລະ ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດລະຫວ່າງສອງປະເທດໃນຫຼາຍຂົງເຂດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ