ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ແຂວງ ຫວີງລອງ ຄວນຂຸດຄົ້ນ, ເສີມຂະຫຍາຍແຫຼ່ງກຳລັງເພື່ອພັດທະນາ

(VOVWORLD) - ຫວີງລອງ ແມ່ນແຂວງຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕັ້ງຢູ່ລະຫວ່າງກາງສອງສູນເສດຖະກິດໃຫຍ່ເຊິ່ງແມ່ນນະຄອນ ໂຮ່ຈີມິນ ແລະ ນະຄອນ ເກີນເທີ, ມີຄວາມສະດວກທັງທາງບົກ ແລະ ທາງນ້ຳ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ແຂວງ ຫວີງລອງ ຄວນຂຸດຄົ້ນ, ເສີມຂະຫຍາຍແຫຼ່ງກຳລັງເພື່ອພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມບັນດາຮ້ານວາງສະແດງຜະລິດຕະພັນທ້ອງຖິ່ນ
(ພາບ:VOV)

ຕອນເຊົ້າວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງ ຫວີງລອງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ສົ່ງເສີມການລົງທຶນແຂວງ ຫວີງລອງ. ຫວີງລອງ ແມ່ນແຂວງຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕັ້ງຢູ່ລະຫວ່າງກາງສອງສູນເສດຖະກິດໃຫຍ່ເຊິ່ງແມ່ນນະຄອນ ໂຮ່ຈີມິນ ແລະ ນະຄອນ ເກີນເທີ, ມີຄວາມສະດວກທັງທາງບົກ ແລະ ທາງນ້ຳ; ມີຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດໃຫຍ່ຫຼວງ; ມີເຂດແມ່ນ້ຳ, ປ່າຊາຍເລນ ແລະ ມີເງື່ອນໄຂເພື່ອພັດທະນາກະສິກຳ, ການທ່ອງທ່ຽວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ແຂວງ ຫວີງລອງ ຄວນຂຸດຄົ້ນ, ເສີມຂະຫຍາຍແຫຼ່ງກຳລັງ, ສຸມໃສ່ບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ການແບ່ງປັນ, ພູມປັນຍາ; ຖືນະວັດຕະກຳແມ່ນກຳລັງໜູນຕົ້ນຕໍ…

        ສຳລັບວິສາຫະກິດ, ນັກລົງທຶນ, ທ່ານນາຍົກລັດຖະມົນຕີສະເໜີຄວນສ້າງຍຸດທະສາດດຳເນີນທຸລະກິດຍາວນານ, ຍືນຍົງ, ປະຕິບັດຖືກຄຳຕາມໝັ້ນສັນຍາລົງທຶນ, ຂໍ້ຕົກລົງຮ່ວມມື, ຖືກກັບການກຳນົດທິດ, ບຸລິມະສິດຕາມການວາງແຜນຜັງແຂວງ; ຮ່ວມເດີນທາງ, ສະໜັບສະໜູນ, ປະກອບສ່ວນເຂົ້າໃນການພັດທະນາຂອງແຂວງ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງຕົນ, ຫວີງລອງ ຈະນັບມື້ນັບມີຫຼາຍນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ, ເລືອກເຟັ້ນ ແລະ ຕັດສິນໃຈມາລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ