ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ​ຫ໋າຍ​ເຢືອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຕີບ​ໂຕ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ຕອນເຊົ້າວັນທີ 16 ມີນາ, ຢູ່ແຂວງຫ໋າຍເຢືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳແຂວງ ຫ໋າຍເຢືອງ ເພື່ອຕີລາຄາໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ ປີ 2022 ແລະ ການກຳນົດທິດພັດທະນາໄລຍະຕໍ່ໄປ.
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ​ຫ໋າຍ​ເຢືອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຕີບ​ໂຕ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ທາງແຂວງຫ໋າຍເຢືອງເອົາໃຈໃສ່ເປັນພິເສດເຖິງການເຕີບໂຕສີຂຽວ, ຫັນເປັນດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງເພື່ອພັດທະນາຢ່າງກະໂດດຂັ້ນ ແລະ ຍືນຍົງ. ທາງແຂວງກໍ່ພັດທະນາເສດຖະກິດອີງຕາມບັນດາເສົາຄ້ຳຄືອຸດສາຫະກຳເຕັກໂນໂລຢີສູງ, ອຸດສາຫະກຳໜູນຊ່ວຍ, ກະສິກຳເຕັກໂນໂລຢີສູງ, ຍາດແຍ່ງການແຜ່ຂະຫຍາຍຂອງບັນດາສູນເສດຖະກິດ, ອຸດສາຫະກຳ, ການບໍລິການຮ່າໂນ້ຍ, ຫ໋າຍຝ່ອງ, ກ໋ວາງນິງ, ບັກນິງ.ພ້ອມທັງ, ແຂວງຫ໋າຍເຢືອງກໍ່ຕ້ອງເອົາໃຈໃສ່ເຖິງການພັດທະນາວັດທະນະທຳໃຫ້ທຽບເທົ່າດ້ານກັບການເມືອງ, ເສດຖະກິດ. ປີ 2022, ຍອດຜະລິດຕະພັນແຂວງຫ໋າຍເຢືອງເພີ່ມຂຶ້ນ 9,14% ການສົ່ງອອກສິນຄ້າບັນລຸ 11,45ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ