ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ​ຮຶງ​ອຽນ​ຄວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄປ​ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ

(VOVWORLD) -ຕອນເຊົ້າວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງຮຶງອຽນ ກ່ຽວກັບວຽກງານກໍ່ສ້າງພັກ, ສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ວຽກງານກໍ່ສ້າງພັກ ປີ 2021, ທິດທາງ ແລະ ໜ້າທີປີ 2022.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ​ຮຶງ​ອຽນ​ຄວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄປ​ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ, ປະຊາຊົນແຂວງ ຮຶງອຽນ ແລະ ໝາກຜົນຕັ້ງໜ້າໃນການພັດທະນາເສດຖະກິດ - ສັງຄົມປີ 2021, ມີການເຕີບໂຕເປັນໜ້າປະທັບໃຈ, ບັນດາຂົງເຂດມີການພັດທະນາຕາມລວງເລິກ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ອະນາຄົດ.

ກ່ຽວກັບທິດທາງປະຕິບັດໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ຮຶງອຽນຍູ້ແຮງປະຕິບັດ 3 ຂອດບຸກທະລຸຍຸດທະສາດ: ກໍ່ສ້າງ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການວາງແຜນຜັງຂອງແຂວງ; ສຸມໃສ່ລະດົມແຫຼ່ງກຳລັງລົງທຶນໃສ່ພື້ນຖານໂຄງລ່າງເສດຖະກິດ - ສັງຄົມ; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໃຫ້ມີຊື່ສຽງ, ມີກຳລັງຄວາມສາມາດທີ່ໂດດເດັ່ນ. ກ່າວຄຳເຫັນທີ່ພິທີມອບຂໍ້ຕົກລົງວ່າດ້ວຍການລົງທຶນສະບັບຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເນັ້ນໜັກວ່າ:

ຂ້າພະເຈົ້າຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນຂອງແຂວງຮຶງອຽນ ສືບຕໍ່ສ້າງທຸກເງື່ອນໄຂໃຫ້ແກ່ບັນດານັກລົງທຶນ ເພື່ອຜັນຂະຫຍາຍໂຄງການ, ຫຼຸດຂັ້ນຕອນປະຕິບັດລະບຽບການບໍລິຫານລົງ, ບຸກເບີກໜ້າພຽງໃຫ້ແກ່ບັນດານັກລົງທຶນໂດຍໄວ, ສ້າງເງື່ອນໄຂ, ພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ລະຫວ່າງຮ່າໂນ້ຍ ແລະ ສອງເສັ້ນທາງດ່ວນໄປສູ່ທາງທິດຕາເວັນອອກ ແລະ ທາງທິດໃຕ້. ນີ້ແມ່ນບັນດາເງື່ອນໄຂສຳຄັນທີ່ສຸດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນັກລົງທຶນ, ປະກອບສ່ນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດານັກລົງທຶນ

ສຳລັບນັກລົງທຶນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຕິບັດບັນດາຄຳໝັ້ນສັນຍາ ດ້ວຍການກະທຳຢ່າງລະອຽດ, ປະກອບສ່ວນດຶງດູດເຕັກໂນໂລຢີສູງ ມາຮຶງອຽນ ແລະ ຫວຽດນາມ, ປະຕິບັດພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ຖ່າຍທອດວິທະຍາສາດໃນການຄຸ້ມຄອງບໍລິຫານ, ປະກອບສ່ວນເຂົ້າໃນວິວັດການຫັນເປັນນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ  ການພັດທະນາແບບຍືນຍົງ.  

ຕອບກັບ

ຂ່າວ/ບົດ​ອື່ນ