ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຕ່​ລະ​ການ​ຊ່ວຍ​ເຫຼືອ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຈ​ເພື່ອ​ໃຫ້​ຜູ້​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ໃນຂອບເຂດຂອງລາຍການ, ມີ167 ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບເງິນ, ອຸປະຖຳໃຫ້ແກ່ຄົນທຸກຍາກ, ດ້ວຍຈຳນວນເງິນສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນຂຶ້ນເຖິງ 1.177 ຕື້ດົ່ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຕ່​ລະ​ການ​ຊ່ວຍ​ເຫຼືອ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຈ​ເພື່ອ​ໃຫ້​ຜູ້​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ 

ຕອນຄ່ຳວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”. ລາຍການແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳຢ່າງເລິກເຊິ່ງ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຄົມ ແນໃສ່ເອົາໃຈໃສ່ເບິ່ງແຍງດູແລຊ່ວຍເຫຼືອຄົນທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເປັນພິເສດຕໍ່ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຖືນີ້ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ແມ່ນໜ້າທີ່ຈຸດສຸມ, ຍຸດທະສາດຂອງວິວັດການພັດທະນາໂດຍໄວ ແລະ ຍືນຍົງ. ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ ຫາກຍັງແມ່ນການກະທຳລະອຽດ ແລະ ແທດຈິງອີກດ້ວຍ. ທ່ານກ່າວວ່າ:

ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນບັນຫາທົ່ວປວງຊົນ ແລະ ທົ່ວປະເທດ, ຕ້ອງມີວິທີການສຳຜັດກັບທົ່ວປວງຊົນໃນທົ່ວປະເທດ. ນັ້ນແມ່ນການເຂົ້າຮ່ວມຢ່າງຕັ້ງໜ້າຂອງວົງຄະນະຍາດ ແລະ ການສົມທົບ, ໜູນຊ່ວຍ, ຊ່ວຍເຫຼືອຂອງທຸກຂັ້ນ, ທຸກຂະແໜງການ ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນ. ຂ້າພະເຈົ້າສະເໜີ ແລະ ຮຽກຮ້ອງໃຫ້: ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການຫລຸດຜ່ອນຄວາມທຸກຍາກຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນໃນ 3 ລາຍການເປົ້າໝາຍແຫ່ງຊາດ. ມີວິທີການແກ້ໄຂບັນດາຂໍ້ຕິດຂັດທີ່ເກີດຂຶ້ນໃໝ່ຢ່າງທັນການ. ເພີ່ມທະວີຄວາມຮູ້, ທັກສະການຜະລິດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນທຸກຍາກ. ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ມີບັນດາການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນວິວັດການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນການໜູນຊ່ວຍສັງຄົມ.

ໃນຂອບເຂດຂອງລາຍການ, ມີ167 ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບເງິນ, ອຸປະຖຳໃຫ້ແກ່ຄົນທຸກຍາກ, ດ້ວຍຈຳນວນເງິນສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນຂຶ້ນເຖິງ 1.177 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ