ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ

(VOVWORLD) - ພັກ, ລັດ ສືບຕໍ່ໜູນຊ່ວຍ, ເຊື່ອມຕໍ່ບັນດາຂະບວນການ, ການເຄື່ອນໄຫວຢູ່ພາຍໃນ ປະເທດ ກັບຕ່າງປະເທດເວົ້າລວມ ແລະ ຢູ່ ຮຸງກາຣີ ເວົ້າສະເພາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ

ຕອນຄ່ຳວັນທີ 19, ມັງກອນ, ຢູ່ນະຄອນຫຼວງ Budapest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາໄດ້ຢ້ຽມຢາມ, ພົບປະພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ.

        ທີ່ການພົບປະ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ຫວັງວ່າ: ພັກ, ລັດ ສືບຕໍ່ໜູນຊ່ວຍ, ເຊື່ອມຕໍ່ບັນດາຂະບວນການ, ການເຄື່ອນໄຫວຢູ່ພາຍໃນ ປະເທດ ກັບຕ່າງປະເທດເວົ້າລວມ ແລະ ຢູ່ ຮຸງກາຣີ ເວົ້າສະເພາ; ສືບຕໍ່ໂຄສະນາວັດທະນະທຳ ຫວຽດນາມ, ໃນນັ້ນ, ມີການສອນພາສາ ຫວຽດ ຢູ່ຕ່າງປະເທດ; ສະເໜີໃຫ້ ຮຸງກາຣີ ຮັບຮູ້ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ແມ່ນຊົນເຜົ່າສ່ວນໜ້ອຍຂອງ ຮຸງກາຣີ; ສົ່ງເສີມ, ສ້າງເງື່ອນໄຂ, ໜູນຊ່ວຍເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າຮ່ວມບາງວຽກງານ, ໂຄງການລະອຽດ, ປະກອບສ່ວນເຂົ້າໃນການສ້າງ, ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ