ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lawrence Wong

(VOVWORLD) - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິງຈິງໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ເນື່ອງໃນໂອກາດທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຜູ້ທີ 4 ຂອງສິງກະໂປ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ  Lawrence Wong - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ສິງກະໂປ  Lawrence Wong (ພາບ: TTXVN)

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສິງກະໂປແມ່ນຄູ່ຮ່ວມມືທີ່ສຳຄັນໃນພາກພື້ນ ກໍ່ຄືໃນໂລກ, ທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບລັດຖະບານ ສິງກະໂປຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ໃຫ້ພັດທະນານັບມື້ນັບເຂັ້ມແຂງ, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສົມເປັນການພົວພັນແບບຢ່າງທີ່ມີຄວາມຂະຫຍັນຂັນເຄື່ອນໃນອາຊຽນ.

ສ່ວນທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ຢັ້ງຢືນຈະສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ,ການ ພົບປະຂັ້ນສູງ ແລະ ທຸກຂັ້ນ ກໍ່ຄືບັນດາກົນໄກຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນການພົບປະປະຈຳ ລະຫວ່າງນາຍົກລັດຖະມົນຕີ ສອງປະເທດ. ສິງກະໂປ ປາດຖະໜາຢາກ ພ້ອມກັບຫວຽດນາມ ຜັນຂະຫຍາຍ ສັນຍາແມ່ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ ແລະ ການພົວພັນເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ., ພິເສດແມ່ນໃນຂົງເຂດພະລັງງານສະອາດ ແລະ ສິນເຊື່ອກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ