ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ​ໂອ້​ລົມສົນ​ທະ​ນາ, ພົບ​ປະການ​ນຳ​ຂັ້ນ​ສູງ ຍີ່​ປ​ຸ່ນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 24 ພະຈິກ, ຢູ່ທຳນຽບນາຍົກລັດຖະມົນຕີ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີຕ້ອນຮັບ, ໂອ້ລົມສົນທະນາ ແລະ ງານລ້ຽງຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ​ໂອ້​ລົມສົນ​ທະ​ນາ, ພົບ​ປະການ​ນຳ​ຂັ້ນ​ສູງ ຍີ່​ປ​ຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumino (ພາບ: VOV)

ທີ່ການພົບປະສົນທະນາ, ນາຍົກລັດຖະມົນຕີສອງທ່ານເຫັນດີຊຸກຍູ້ການຮ່ວມມືພັດທະນາເສດຖະກິດ - ສັງຄົມ ຕໍ່ໜ້າຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19 ໂດຍຜ່ານການສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການໃຫຍ່ຂອງ ຫວຽດນາມ, ພັດທະນາຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີລະບົບສະໜອງ, ຜັນຂະຫຍາຍຂໍ້ລິເລີ່ມຫັນເປັນດີຈີຕອນ ແລະ ຂໍ້ລິເລີ່ມຄູ່ຮ່ວມມືປ່ຽນແປງໃໝ່ເຕັກໂນໂລຢີ ແລະ ຜັນຂະຫຍາຍຂໍ້ລິເລີ່ມຫັນລະບົບສະໜອງລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບໂດຍໄວ; ຕັ້ງໜ້າຊຸກຍູ້ໂຄງການຮ່ວມມືທີ່ນຳໃຊ້ແຫຼ່ງທຶນອຸປະຖຳພັດທະນາຢ່າງເປັນທາງການຂອງ ຍີ່ປຸ່ນ ໃນໄລຍະຟື້ນຟູຫຼັງໂລກລະບາດ; ເຫັນດີເປັນເອກະພາບ ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີ ແລະ ເປີດກວ້າງການຮັບແຮງງານ ຫວຽດນາມ ໄປເຮັດວຽກຢູ່ ຍີ່ປຸ່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ​ໂອ້​ລົມສົນ​ທະ​ນາ, ພົບ​ປະການ​ນຳ​ຂັ້ນ​ສູງ ຍີ່​ປ​ຸ່ນ - ảnh 2ການໂອ້ລົມສົນທະນາລະຫວ່າງສອງຝ່າຍ

       ກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນເວທີປາໄສສາກົນ ແລະ ພາກພື້ນ ເປັນຕົ້ນແມ່ນ ອາຊຽນ, ແມ່ນ້ຳຂອງ, ສປຊ… ກໍຄືເພີ່ມທະວີການສົມທົບກັນຮັບມືກັບສິ່ງທ້າທາຍລວມຂອງປະຊາຄົມສາກົນ ແລະ ຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

        ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນ, ແກ້ໄຂທຸກການຂັດແຍ້ງ ຫຼືຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ລວມທັງການເຄົາລົບວິວັດການທາງການທູດ ແລະ ນິຕິກຳຢ່າງຄົບຖ້ວນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດ ຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ ແລະ ມີຜົນສັກສິດທາງນິຕິກຳ.

ກ່ອນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ 11 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດສອງປະເທດ.

ກໍເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ມຸ່ງໄປເຖິງໄລຍະໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ຫວຽດນາມ  - ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ​ໂອ້​ລົມສົນ​ທະ​ນາ, ພົບ​ປະການ​ນຳ​ຂັ້ນ​ສູງ ຍີ່​ປ​ຸ່ນ - ảnh 3ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕໍ່ ຍີ່ປຸ່ນ Hosoda Hiroyuki

   ກໍໃນຕອນບ່າຍວັນທີ 24 ພະຈິກ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕໍ່ ຍີ່ປຸ່ນ Hosoda Hiroyuki ແລະ ໃຫ້ການຕ້ອນຮັບທ່ານອະດີດປະທານພັກປະຊາທິປະໄຕ - ເສລີ, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ​ໂອ້​ລົມສົນ​ທະ​ນາ, ພົບ​ປະການ​ນຳ​ຂັ້ນ​ສູງ ຍີ່​ປ​ຸ່ນ - ảnh 4ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo

ຕອບກັບ

ຂ່າວ/ບົດ​ອື່ນ