ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ສົນ​ທະ​ນາ​ກັບຊາວ​ໜຸ່ມ​ກ່ຽວ​ກັບ 3 ກຸ່ມ​ບັນ​ຫາ

(VOVWORLD) -  ຕອນເຊົ້າວັນທີ 22 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີ ກັບຊາວໜຸ່ມ ດ້ວຍຫົວຂໍ້: “ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ຕອບສະໜອງຄວາມຕ້ອງການຂອງສັງກາດ 4.0”. ການໂອ້ລົມສົນທະນາຖືກດຳເນີນແບບທາງໄກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໂອ້​ລົມ​ສົນ​ທະ​ນາ​ກັບຊາວ​ໜຸ່ມ​ກ່ຽວ​ກັບ 3 ກຸ່ມ​ບັນ​ຫາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຫວຽດນາມ  ຟ້າມທິແທງຈ່າ ຢັ້ງຢືນວ່າ ລາຍການໂອ້ລົມສົນທະນາຂອງທ່ານນາຍົກລັດຖະມົນຕີ ກັບ ຊາວໜຸ່ມນັ້ນ ແມ່ນເວທີສຳຄັນ ແລະ ມີຄວາມໝາຍ ເພື່ອໃຫ້ລັດຖະບານ, ນາຍົກລັດຖະມົນຕີ ຮັບຟັງຄຳໃນໃຈ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຊາວໜຸ່ມ ໃນເສັ້ນທາງກໍ່ຮ່າງສ້າງຕົວ, ເລີ່ມຕົ້ນທຸລະກິດ, ຄາດຫວັງບືນຕົວຂຶ້ນເປັນເຈົ້າຂອງວິທະຍາສາດເຕັກໂນໂລຢີ ເພື່ອສ້າງສາພັດທະນາປະເທດຊາດ. ພ້ອມທັງສະແດງນ້ຳໃຈ, ຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ຂອງທ່ານນາຍົກລັດຖະມົນຕີ ໃນນາມສ່ວນຕົວທີ່ມີຕໍ່ການພັດທະນາຊາວໜຸ່ມ, ແນໃສ່ເສີມຂະຫຍາຍນ້ຳໃຈອຸທິດສ່ວນ, ປະຈັນບານ, ຂານອາສາຂອງຊາວໜຸ່ມໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ບັນດາຄຳຖາມ, ຂໍ້ສະເໜີແນະຂອງຊາວໜຸ່ມຢູ່ທີ່ການໂອ້ລົມສົນທະນາ ໄດ້ສຸມໃສ່ 3 ກຸ່ມບັນຫາ, ເຊິ່ງລວມມີ: ການສຶກສາ - ກໍ່ສ້າງ ເພື່ອເປົ້າໝາຍສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ຕອບສະໜອງຄວາມຮຽກຮ້ອງຂອງສັງກາດ 4.0; ຝຶກແອບກຳລັງກາຍ, ຍົກສູງຊີວິດທາງດ້ານວັດທະນະທຳ, ຈິດໃຈໃຫ້ແກ່ຊາວໜຸ່ມ; ສ້າງສະພາບແວດລ້ອມເພື່ອໃຫ້ຊາວໜຸ່ມກໍ່ຮ່າງສ້າງໂຕ, ເລີ່ມດຳເນີນທຸລະກິດ, ປະດິດຄິດສ້າງ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ